ຫວຽດນາມໃຫ້ຄໍາໝັ້ນສັນຍາຮ່ວມມືຜັນຂະຫຍາຍບັນດາບຸລິມະສິດຂອງອາຊຽນໃນການກໍ່ສ້າງປະຊາຄົມອາຊຽນ

(VOVWORLD) -ວັນທີ 6 ສິງຫາ, ຢູ່ສໍານັກງານຄະນະເລຂານຸການອາຊຽນຢູ່ນະຄອນ ຈາກາຕາ, ປະເທດອິນໂດເນເຊຍ, ທ່ານເຈີ່ນດຶກບິງ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມປະຈໍາອາຊຽນ, ໄດ້ຍື່ນສະເໜີສານແຕ່ງຕັ້ງຕໍ່ທ່ານເລຂາທິການໃຫຍ່ອາຊຽນ  Dato Lim Jock Hoi.

ຫວຽດນາມໃຫ້ຄໍາໝັ້ນສັນຍາຮ່ວມມືຜັນຂະຫຍາຍບັນດາບຸລິມະສິດຂອງອາຊຽນໃນການກໍ່ສ້າງປະຊາຄົມອາຊຽນ - ảnh 1 ທ່ານເຈີ່ນດຶກບິງ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມປະຈໍາອາຊຽນ ຍື່ນສະເໜີສານແຕ່ງຕັ້ງຕໍ່ທ່ານເລຂາທິການໃຫຍ່ອາຊຽນ  Dato Lim Jock Hoi

(ພາບ:TTXVN)

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ອາຊຽນ ມີຄວາມປາດຖະໜາວ່າ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບທ່ານເອກອັກຄະລັດຖະທູດ ແລະ ຄະນະຜູ້ຕາງໜ້າ ຫວຽດນາມ ປະຈໍາອາຊຽນ ໃນວິວັດການດັ່ງກ່າວ. ທ່ານເລຂາທິການໃຫຍ່ສະແດງຄວາມພ້ອມແລ້ວ ທີ່ຈະສົມທົບ ແລະ ໜູນຊ່ວຍຫວຽດນາມ ໃນວິວັດການກະກຽມ ແລະ ຮັບດໍາລົງຕໍາແໜ່ງເປັນປະທານອາຊຽນໃນປີ 2020 ກໍຄືປະຕິບັດບັນດາເປົ້າໝາຍ, ບຸລິມະສິດ ເຊິ່ງຫວຽດນາມໄດ້ວາງອອກ ໃຫ້ປະກົດຜົນເປັນຈິງ ເພື່ອແນໃສ່ຊຸກຍູ້ການຮ່ວມມືຂອງອາຊຽນໃຫ້ຂຶ້ນສູ່ລະດັບສູງໃໝ່.

        ທ່ານ ເຈີ່ນດຶກບິງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາອາຊຽນ ຢັ້ງຢືນວ່າ ຫວຽດນາມຖື ປະຊາຄົມອາຊຽນ ເປັນສໍາຄັນທີ່ສຸດ ໃນແນວທາງນະໂຍບາຍທາງການທູດ, ໃຫ້ຄໍາໝັ້ນສັນຍາຮ່ວມມືຢ່າງແໜ້ນແຟ້ນກັບບັນດາປະເທດອາຊຽນ ແລະ ຄະນະເລຂານຸການອາຊຽນ ຜັນຂະຫຍາຍບັນດາບຸລິມະສິດສູງຂອງອາຊຽນໃນການກໍ່ສ້າງປະຊາຄົມອາຊຽນ ໃຫ້ເຂັ້ມແຂງ, ເສີມຂະຫຍາຍຖານະບົດບາດຂອງອາຊຽນໃຫ້ດີກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ