ຫວຽດນາມໃຫ້ຄຳໝັ້ນສັນຍາຍູ້ແຮງພາລະກິດລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ

ຫວຽດນາມໃຫ້ຄຳໝັ້ນສັນຍາຍູ້ແຮງພາລະກິດລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ - ảnh 1
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ຮ່​ວາງ​ລອງ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະ​ຊຸ​ມ​ສາ​ກົນ​ໂພ​ສະ​ນາ​ການ​ຄັ້ງ​ທີ 2
(ພາບ: Quang Thanh/Vietnam+)

(vovworld) – ຖະ​ແຫຼງ​ການ Rome ກ່ຽວ​ກັບ​ໂພ​ສະ​ນາ​ການ ແລະ ຂອບ​ເຂດ​ການ​ເຄື່ອນ​ໄຫວ​ໄດ​້​ຮັບ​ການ​ຮັບ​ຮອງ​ເອົາ​ຈະ​ແມ່ນ​ການ​ກຳ​ນົດ​ທິດ​ໃຫ້​ແກ່​ບັນ​ດາ​ຄ​ວາມ​ມາ​ນະ​ພະ​ຍາ​ຍາມ​ພັດ​ທະ​ນາ​ກະ​ສິ​ກຳ​ແບບ​ຍື​ນ​ຍົງ, ຄ້ຳ​ປະ​ກັນ​ດ້ານ​ສະ​ບຽງ​ອາ​ຫານ ແລະ ໂພ​ສະ​ນາ​ການ ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ຢູ່ ຫວຽດ​ນາມ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອີ​ຕາລີ, ຜູ້​ຕາງ​ໜ້າ​ ຫວຽດ​ນາມ ປະ​ຈຳ ​ອົງ​ການ​ອ​າຫານ ແລະ ​ການກະ​ເສດ​ ສ​ປ​ຊ (FAO) ຫງວຽນ​ຮ່​ວາງ​ລອງ ຖະ​ແຫຼງ​ຄື​ດັ່ງ​ກ່າວ​ທີ່ກອງ​ປະ​ຊຸ​ມ​ສາ​ກົນ​ໂພ​ສະ​ນາ​ການ​ຄັ້ງ​ທີ 2 (ICN 2) ​ທີ່ຫາກໍ່​ດຳ​ເນີນ​ແຕ່​ວັນ​ທີ 19 – 22/11 ຢູ່ Rome. ນອກ​ຈາກ​ເລື່ອງ​ຢັ້ງ​ຢືນ​​ການ​ໃຫ້ຄຳ​ໝັ້ນ​ສັນ​ຍາ​ຂອງ​ລັດ​ຖະ​ບານ ຫວຽດ​ນາມ ສືບ​ຕໍ່​​ຍູ້​ແຮງພາ​ລະ​ກິດ​ລົບ​ລ້າງ​ຄວາມ​ອຶດ​ຫິວ​ຫລຸດ​ຜ່ອນ​ຄວມ​ທຸກ​ຍາກ​ໃຫ້​ແກ່​ປະ​ຊາ​ຊົນ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ຮ່​ວາງ​ລອງ, ເນັ້ນ​ໜັກ​​ວ່າ: ບັນ​ດາ​ຜົນ​ງານ​ກ່ຽວ​ກັບ​ການ ລົບ​ລ້າງ​ຄວາມ​ອຶດ​ຫິວ​ຫລຸດ​ຜ່ອນ​ຄວມ​ທຸກ​ຍາກ ແລະ ຮັບ​ປະ​ກັນ​ໂພ​ສະ​ນາ​ການ​ຢູ່ ຫວຽດ​ນາມ, ບັນ​ດາ​ສິ່ງ​ທ້າ​ທາຍ​ພວມ​ຕ້ອງ​ປະ​ເຊີນ​ໜ້າ, ກໍ່​ຄື​ບັນ​ດາ​ມາດ​ຕະ​ການ ແລະ ໂຄງ​ການ​ປະ​ຕິ​ບັດ​ເພື່ອ​ແນ​ໃສ່​ບ​ັນ​ລຸ​ໄດ້​ບັນ​ດາ​ຈຸດ​ໝາຍ​ແຫ່ງ​ຊາດ​ໃນ​ຂົງ​ເຂດ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ດ້​ານໂພ​ສະ​ນາ​ການໃຫ້​ແກ່​ປະ​ຊາ​ຊົນ.




ຂ່າວ/ບົດ​ອື່ນ