ຫວຽດາມ - ອາ​ຣັ​ບ​ບິ ຊາ​ອຸ​ດິ​ສືບ​ຕໍ່​ສົມ​ທົບ​ ແລະ ສະ​ໜັບ​ສະ​ໜູນ​ເຊ່​ິງ​ກັນ​ແລະ​ກັນ​ຢູ່​ເວ​ລາ​ປາ​ໄສ​ພາກ​ພື້ນ ແລະ ສາ​ກົນ

(VOVWORLD) -ຕອນເຊົ້າວັນທີ 17 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາຣັບບິ ຊາອຸດິດ Faisal Bin Farhan Al Saud ເຂົ້າຢ້ຽມຂ່ຳນັບ.

ຫວຽດາມ - ອາ​ຣັ​ບ​ບິ ຊາ​ອຸ​ດິ​ສືບ​ຕໍ່​ສົມ​ທົບ​ ແລະ ສະ​ໜັບ​ສະ​ໜູນ​ເຊ່​ິງ​ກັນ​ແລະ​ກັນ​ຢູ່​ເວ​ລາ​ປາ​ໄສ​ພາກ​ພື້ນ ແລະ ສາ​ກົນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາຣັບບິ ຊາອຸດິດ Faisal Bin Farhan Al Saud (ພາບ: TTXVN)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະແດງຄວາມຊົມເຊີຍຕໍ່ໝາກຜົນ ການພັດທະນາເສດຖະກິດ - ສັງຄົມ ເຊິ່ງ ອາຣັບບິ ຊາອຸດິ ບັນລຸໄດ້ໃນໄລຍະຜ່ານມາ, ພ້ອມທັງສະແດງຄວາມປະທັບໃຈຕໍ່ການຫັນປ່ຽນຢ່າງໃຫຍ່ຫຼວງຂອງ ອາຣັບບິ ຊາອຸດິ ພາຍຫຼັງປະຕິບັດແຜນການ “ວິໄສທັດ 2030” ມາໄດ້ 5 ປີ.

ກ່ຽວກັບການຮ່ວມມືດ້ານການເມືອງ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສອງປະເທດເພີ່ມທະວີບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ ແລະ ພົບປະລະຫວ່າງການນຳສອງປະເທດ, ເພີ່ມທະວີການຮ່ວມມືລະຫວ່າງກະຊວງການຕ່າງປະເທດ ແລະ ການພົບປະແລກປ່ຽນ ປະຊາຊົນ, ແລກປ່ຽນວັດທະນະທຳລະຫວ່າງສອງປະເທດ.

ກ່ຽວກັບການຮ່ວມມືດ້ານເສດຖະກິດ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ ຝ່າຍ ອາຣັບບິ ຊາອຸດິ ຍົກເລີກຄຳສັ່ງຫ້າມນຳເຂົ້າສຳລັບສິນໃນນ້ຳ ຫວຽດນາມ ໂດຍໄວ, ເພີ່ມທະວີການນຳເຂົ້າຜະລິດຕະພັນກະເສດຂອງ ຫວຽດນາມ, ເປີດກ້ວາງຕະຫຼາດສຳລັບຜະລິດຕະພັນສິນຄ້າຂອງກັນ.

ສ່ວນທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາຣັບບິ ຊາອຸດິດ ໄດ້ເຫັນດີຕໍ່ການສະເໜີຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຖືນີ້ແມ່ນວິວັດການເພື່ອຊຸກຍູ້ການພົວພັນຮ່ວມມືລະຫ່ວາງສອງປະເທດ, ທ່ານກໍ່ຢັ້ງຢືນວ່າ ຈະສົມທົບກັບກະຊວງການຕ່າງປະເທດຫວຽດນາມ ຢ່າງແໜ້ນແຟ້ນ, ແລກປ່ຽນກັບກະຊວງ, ຂະແໜງການ, ວິສາຫະກິດຂອງ ອາຣັບບິ ຊາອຸດິ ຕັ້ງໜ້າຜັນຂະຫຍາຍວິວັດການດັ່ງກ່າວເພື່ອແນໃສ່ຍົກສູງ ປະສິດທິຜົນຂອງການຮ່ວມມືສອງຝ່າຍໃນບັນດາຂົງເຂດກ່ວາອີກ, ພິເສດແມ່ນເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ