ຫົວ​ໜ້າ​ຄ​ະ​ນ​ະ​ໂຄ​ສະ​ນາສຶກ​ສາ​ ສູນ​ກາງ​ພັກ ຫວໍ​ວັນ​ເ​ຖື໋ອງ​ ໃຫ້​ການ​ຕ້ອ​ນ​ຮັບ​ຄະ​ນະ​ຜູ້​ແທນຂອງ ຄະ​ນະຊາວ​ໜຸ່ມ ປະ​ຊາ​ຊົນປະ​ຕິ​ວັດ ລາວ

(VOVWORLD) - ພັກ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພັດທະນາສາຍພົວພັນກັບລາວ, ຍາມໃດກໍ່ຮ່ວມເດີນທາງ, ຄຽງບ່າຄຽງໄຫຼ່ກັບ ລາວ ຊຸກຍູ້ສາຍພົວພັນອັນດີງາມລະຫວ່າງ ສອງປະເທດຢ່າງບໍ່ຢຸດຢັ້ງ
ຫົວ​ໜ້າ​ຄ​ະ​ນ​ະ​ໂຄ​ສະ​ນາສຶກ​ສາ​ ສູນ​ກາງ​ພັກ ຫວໍ​ວັນ​ເ​ຖື໋ອງ​ ໃຫ້​ການ​ຕ້ອ​ນ​ຮັບ​ຄະ​ນະ​ຜູ້​ແທນຂອງ ຄະ​ນະຊາວ​ໜຸ່ມ ປະ​ຊາ​ຊົນປະ​ຕິ​ວັດ ລາວ - ảnh 1ພິທີຕ້ອນຮັບຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວ (ພາບ: ເຟຶອງຮວາ / TTXVN)

ຕອນບ່າຍວັນທີ 16 ພຶດສະພາ, ຢູ່ ສຳນັກງານສູນກາງພັກ, ທ່ານ ຫວໍວັນເຖື໋ອງ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກຄອມມູນິດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂອງ ຄະນະຊາວໜຸ່ມ ປະຊາຊົນປະຕິວັດ ລາວ ໂດຍທ່ານ ອາລຸນໄຊ ສູນນະລາດ, ເລຂາສູນກາງຄະນະຊາວໜຸ່ມ ປະຊາຊົນປະຕິວັດ ລາວ, ເປັນຫົວໜ້າຄະນະ, ເນື່ອງໃນໂອກາດມາຮ່ວມງານພົບປະມິດຕະພາບລະຫວ່າງຊາວໜຸ່ມ ຫວຽດ - ລາວ 2019 ເຊິ່ງພວມດຳເນີນໃນລະຫວ່າງວັນທີ 15 -21 ພຶດສະພາ ຢູ່ ຫວຽດນາມ.

ກ່າວຄຳເຫັນທີ່ ການຕ້ອນຮັບ, ທ່ານ ຫວໍວັນເຖື໋ອງ ໄດ້ເນັ້ນໜັກວ່າ ພັກ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພັດທະນາສາຍພົວພັນກັບລາວ, ຍາມໃດກໍ່ຮ່ວມເດີນທາງ, ຄຽງບ່າຄຽງໄຫຼ່ກັບ ລາວ ຊຸກຍູ້ສາຍພົວພັນອັນດີງາມລະຫວ່າງ ສອງປະເທດຢ່າງບໍ່ຢຸດຢັ້ງ. ການນຳພັກ, ລັດ ຫວຽດນາມ ຍາມໃດກໍ່ມີຄວາມເອົາໃຈໃສ່ເປັນພິເສດ ແລະ ສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ຊາວໜຸ່ມສອງປະເທດ ຫວຽດນາມ - ລາວ ມີກາລະໂອກາດພົບປະແລກປ່ຽນມິດຕະພາບ, ເພີ່ມທະວີຄວາມຮູ້ ແລະ ພ້ອມກັນພັດທະນາ. ທ່ານ ຫວໍວັນເຖື໋ອງ ໄດ້ສະເໜີໃຫ້ຄະນະຊາວໜຸ່ມສອງປະເທດ ຍົກສູງຄຸນນະພາບ ແລະ ປະສິດທິຜົນຂອງບັນດາໂຄງການຮ່ວມມືທີ່ມີຢູ່ແລ້ວຢ່າງບໍ່ຢຸດຢັ້ງ, ພ້ອມທັງຊອກຫາ, ປະດິດຄິດສ້າງ, ເປີດກ້ວາງບັນດາຂົງເຂດຮ່ວມມືໃໝ່, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ - ສັງຄົມ ຂອງ ສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ