ຫົວ​ໜ້າຜູ້​ຕາງ​ໜ້າ UNDP ຄົນ​ໃໝ່ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໜູນ​ຊ່ວຍ ຫວຽດ​ນາມ ພັດ​ທະ​ນາ

(VOVWORLD) -ວັນທີ 6 ຕຸລາ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ ເຮັດວຽກກັບທ່ານນາງ Ramla Al Khalidi ຫົວໜ້າຜູ້ຕາງໜ້າໂຄງການເພື່ອ ສປຊ ພັດທະນາ ປະຈຳ ຫວຽດນາມ (UNDP).
ຫົວ​ໜ້າຜູ້​ຕາງ​ໜ້າ UNDP ຄົນ​ໃໝ່ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໜູນ​ຊ່ວຍ ຫວຽດ​ນາມ ພັດ​ທະ​ນາ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ 
(ພາບ: TTXVN)

ທີ່ການເຮັດວຽກ, ທ່ານນາງ Ramla Al Khalidi ຢັ້ງຢືນວ່າຕົ້ນເອງມີຄວາມຮູ້ສຶກດີໃຈເມື່ອໄດ້ມາຮັບໜ້າທີ່ເປັນຫົວໜ້າຜູ້ຕາງໜ້າອົງການ UNDP ປະຈຳ ຫວຽດນາມ, ທ່ານນາງເນັ້ນໜັກວ່າ ໃນບົດບາດໃໝ່ຈະສືບຕໍ່ຊຸກຍູ້ການໜູນຊ່ວຍວິວັດການພັດທະນາຂອງ ຫວຽດນາມ, ໃນນັ້ນມີການຫຼຸດຜ່ອນ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດຕໍ່ທັນແຕກ. ກ່ຽວກັບການຢ້ຽມຢາມຫວຽດນາມ ໃນໄລຍະຈະມາເຖິງຂອງທ່ານເລຂາທິການໃຫຍ່ ສປຊ Antonio Guterres, ທ່ານນາງ Ramla Al Khalidi ເຊື່ອໝັ້ນວ່າ ທ່ານເລຂາທິການໃຫຍ່ ສປຊ ຈະສືບຕໍ່ມີສານຢ່າງແຮງເພື່ອໜູນຊ່ວຍຫວຽດນາມຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

        ສ່ວນທ່ານ ດັ້ງຮ່ວາງຢາງ ໄດ້ສະແດງຄວາມຊົມເຊີຍຕໍ່ເລື່ອງ ທ່ານນາງ Ramla Al Khalidi ໄດ້ມາຮັບໜ້າເປັນຫົວໜ້າຜູ້ຕາງໜ້າອົງການ UNDP ຄົນໃໝ່ຢູ່ ຫວຽດນາມ, ທ່ານກໍ່ຫວັງວ່າ UNDP ຈະສືບຕໍ່ຮ່ວມເດີນທາງກັບ ຫວຽດນາມ ໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ເພີ່ມທະວີການແບ່ງປັນປະສົບການ, ໃຫ້ຄຳປຶກສາ, ໜູນຊ່ວຍການສ້າງນະໂຍບາຍເສດຖະກິດ, ສັງຄົມ, ສ້າງກຳລັງຄວາມສາມາດ, ໜູນຊ່ວຍການປະຕິບັດບັນດາເປົ້າໝາຍເຊິ່ງ ຫວຽດນາມໄດ້ຍົກອອກຢູ່ກອງປະຊຸມ COP – 26

ຕອບກັບ

ຂ່າວ/ບົດ​ອື່ນ