ຫົວ​ໜ້າ​ຜູ້​ຕາງ​ໜ້າ UNICEF ປະ​ຈຳ ຫວຽດ​ນາມ: ເປີດ​ປະ​ຕູ​ໂຮງ​ຮຽນ​ຄືນ​ໃໝ່ ແມ່ນ​ມີ​ປະ​ໂຫຍດ​ສຳ​ລັບ​ເດັກ​ນ້ອຍ​ທີ່​ສຸດ

(VOVWORLD) -    ກອງທຶນເພື່ອເດັກ ສປຊ ປະຈຳ ຫວຽດນາມ ໄດ້ສະແດງຄວາມຊົມເຊີຍຕໍ່ແຜນການຂອງລັດຖະບານ ຫວຽດນາມ ກ່ຽວກັບການເປີດປະຕູໂຮງຮຽນຄືນໃໝ່ໃນຂອບເຂດທົ່ວປະເທດໃນທຸກຊັ້ນຮຽນ ພາຍຫຼັງທີ່ປິດປະຕູມາເປັນໄລຍະຍາວຍ້ອນໂລກລະບາດໂຄວິດ - 19.
ຫົວ​ໜ້າ​ຜູ້​ຕາງ​ໜ້າ UNICEF ປະ​ຈຳ ຫວຽດ​ນາມ: ເປີດ​ປະ​ຕູ​ໂຮງ​ຮຽນ​ຄືນ​ໃໝ່ ແມ່ນ​ມີ​ປະ​ໂຫຍດ​ສຳ​ລັບ​ເດັກ​ນ້ອຍ​ທີ່​ສຸດ - ảnh 1(ພາບ: tuoitre.vn)

ເມື່ອແລກປ່ຽນກັບນັກຂ່າວສຳນັກຂ່າວສານ ຫວຽດນາມ, ທ່ານນາງ Rana Flowers ຫົວໜ້າຜູ້ຕາງໜ້າອົງການ UNICEF ປະຈຳ ຫວຽດນາມ ໄດ້ຢັ້ງຢືນວ່າ ການເປີດປະຕູໂຮງຮຽນຄືນໃໝ່ແມ່ນມີປະໂຫຍດສຳລັບເດັກນ້ອຍຫຼາຍທີ່ສຸດ, ເພາະວ່າ ການປິດປະຕູໂຮງຮຽນເປັນເວລາຍາວນານ ຈະສົ່ງຜົນກະທົບບໍ່ດີ. ເພື່ອຮັບປະກັນຄວາມປອດໄພ ໃນເວລາໄປໂຮງຮຽນໃນສະພາບໂລກລະບາດຄືໃນປັດຈຸບັນ, ທ່ານນາງ Rana Flowers ຕີລາຄາວ່າ ຫວຽດນາມ ພວມຜັນຂະຫຍາຍວິທີດີທີ່ສຸດ, ນັ້ນແມ່ນສືບຕໍ່ປະຕິບັດ 5 ມາຕດະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ຮັບປະກັນການສັກວັກຊິນຢ່າງຄົບຖ້ວນ, ບວກກັບສັກເຂັມທີສາມໃຫ້ແກ່ຜູ້ໃຫຍ່.

ຕອບກັບ

ຂ່າວ/ບົດ​ອື່ນ