ຫົວ​ໜ້າ​ອົງ​ການ​ຜູ້​ຕາງ​ໜ້າ ຫວຽດ​ນາມ ຢູ່ ຕ່າງ​ປະ​ເທດ ຕ້ອງເອົາ​ໃຈ​ໃສ່​ເຖິງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ເສດ​ຖະ​ກິດ ຮັບ​ໃຊ້​ການ​ພັດ​ທະ​ນາ​ປະ​ເທດ​ຊາດ

(VOVWORLD) -ຕອນບ່າຍວັນທີ 16 ມີນາ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານການເຮັດວຽກກັບບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຕາງໜ້າຫວຽດນາມຢູ່ຕ່າງປະເທດ ອາຍຸການ 2023 – 2026 ກ່ອນທີ່ເດີນທາງໄປປະຕິບັດໜ້າທີ່ຢູ່ຕ່າງປະເທດ.

 ເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ຢູ່ຕ່າງປະເທດ 16 ທ່ານໄດ້ຮັບການແຕ່ງຕັ້ງປະຕິບັດໜ້າທີ່ຢູ່ 48 ປະເທດ, ເຂດແຄວ້ນຢູ່ເກືອບທຸກທະວີບໃນໂລກ.

ຫົວ​ໜ້າ​ອົງ​ການ​ຜູ້​ຕາງ​ໜ້າ ຫວຽດ​ນາມ ຢູ່ ຕ່າງ​ປະ​ເທດ ຕ້ອງເອົາ​ໃຈ​ໃສ່​ເຖິງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ເສດ​ຖະ​ກິດ ຮັບ​ໃຊ້​ການ​ພັດ​ທະ​ນາ​ປະ​ເທດ​ຊາດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ການເຮັດວຽກ (ພາບ:TTXVN)

        ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ນຳຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ຢູ່ຕາງປະເທດ ຕ້ອງເຊື່ອມຊຶມໜ້າທີ່ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ, ໃນນັ້ນ ມີອະທິປະໄຕທະເລໝູ່ເກາະ ແມ່ນໜ້າທີ່ຫຼັກຂອງແຕ່ລະອົງການຕາງໜ້າ. ພ້ອມທັງສືບຕໍ່ປະຕິບັດວຽກງານປົກປ້ອງພົນລະເມືອງ, ວຽກງານຊາວ ຫວຽດນາມ ຢູ່ຕ່າງປະເທດ ແລະ ການທູດວັດທະນະທຳ.  ພ້ອມດຽວກັນນັ້ນ, ກໍຮຽກຮ້ອງໃຫ້ບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຕາງໜ້າ ຫວຽດນາມ ຢູ່ຕ່າງປະເທດ ຕ້ອງເຊື່ອມຊຶມຄຳຊີ້ນຳຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢູ່ກອງປະຊຸມການຕ່າງປະເທດທົ່ວປະເທດ ຢ່າງເລິກເຊິ່ງ ນັ້ນແມ່ນ “ຮັບໃຊ້ການພັດທະນາປະເທດຊາດແມ່ນໜ້າທີ່ໃຈກາງ” ຂອງວຽກງານພົວພັນຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ