ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຕ້ອນຮັບລັດຖະມົນຕີກະຊວງຍຸຕິທຳລາວ

ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຕ້ອນຮັບລັດຖະມົນຕີກະຊວງຍຸຕິທຳລາວ - ảnh 1
(ທ່ານ​ຫົວໜ້າ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ​ ຫງວຽນ​ຮ່ວາ​ບິ່ງ
ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ຍຸຕິ​ທຳ​ລາວ)


(vovworld) – ວັນ​ທີ 29/01, ຢູ່​ຮ່າ​ໂນ້ຍ, ທ່ານ​ຫົວໜ້າ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ​ຫວຽດນາມ ຫງວຽນ​ຮ່ວາ​ບິ່ງ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ຍຸຕິ​ທຳ​ລາວ, ​ໂດຍ​ທ່ານ​ລັດຖະມົນຕີ​ວ່າການ ບຸນ​ເກີດ ສັງ​ສົມ​ສັກ ນຳ​ໜ້າມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ ຫງວຽນ​ຮ່ວາ​ບິ່ງ ​ເນັ້ນ​ໜັກ​ວ່າ: ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ​ຫວຽດນາມ ​ແລະ ອົງການ​ໄອ​ຍະ​ການ​ລາວ ມີ​ສາຍ​ພົວພັນ​ພິ​ເສດ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ຕໍ່ສູ້​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ​ຢາ​ເສບ​ຕິດ. ພ້ອມ​ທັງ, 2 ຝ່າຍ​ໄດ້​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ເປັນ​ປະຈຳ ​ເພື່ອ​ແລກປ່ຽນບົດ​ຮຽນ, ວິຊາ​ການ ​ແລະ ສ້າງ​ກົດໝາຍ​ທີ່​ກ່ຽວ​ຂອງ​ເຖິງ​ການ​ເຄື່ອນ​ໄຫວ​ຍຸຕິ​ທຳ. ທ່ານ ຫງວຽນ​ຮ່ວາ​ບິ່ງ ປາດ​ຖະໜາ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ສືບ​ຕໍ່​ແລກປ່ຽນ​ຄະນະ​ຜູ້​ແທນ​ເພື່ອ​ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ​ໃນ​ບັນດາ​ຂົງ​ເຂດ​ເຊິ່ງທັງ 2 ປະ​ເທດ​ມີ​ຄວາມ​ສົນ​ໃຈ​ກໍ່ສ້າງ​ກົດໝາຍ, ບຳລຸງ​ສ້າງພະນັກງານ.

        ສ່ວນ​ທ່ານ ບຸນ​ເກີດ ສັງ​ສົມ​ສັກ ຢືນຢັນ​ວ່າ, ລັດຖະບານ ​ແລະ ກະຊວງ​ຍຸຕິ​ທຳລາວ ຈະ​ເຮັດ​ຈົດ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​​ເພື່ອ​ປະກອບສ່ວນ​ພັດທະນາ​ການ​ພົວພັນ​ອັນ​ດີງາມ​ໃນ​ຂົງ​ເຂດ​ຍຸຕິ​ທຳ​ລະຫວ່າງ 2 ປະ​ເທດ.

ກ​່ອນ​ໜ້ານັ້ນ, ທີ່​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ກະ​ຊວງ​ຍຸ​ຕິ​ທຳ​ລາວ ໂດ​ຍ​ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ ຍຸ​ຕິ​ທຳ​ ບຸນ​ເກີດ ສັງ​ສົມ​ສັກ ນຳ​ໜ້າ ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່ ຫວຽດ​ນາມ, ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ອ​ວຍ​ພອນ​ສະ​ພາ​ແຫ່ງ​ຊາດ ລາວ ຫາກໍ່​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 8, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 7 ສຳ​ເລັດ​ຜົນ ດ້ວຍ​ຫຼາຍ​ເນື້ອ​ໃນ​ສຳ​ຄັນ​ສຳ​ລັບ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ. ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຢັ້ງ​ຢືນ​ວ່າ: ຍາມ​ໃດ ຫວຽດ​ນາມ ກໍ່​ຖື​ເປັນ​ສຳ​ຄັນ ແລະ ສະ​ຫງວນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃຫ້​ແກ່​ການ​ປັບ​ປຸງ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ກັບ ສ​ປ​ປ ລາວ. ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ສະ​ເໜີ​ໃຫ້ 2 ຝ່າຍ​ຄວນ​ສືບ​ຕໍ່​ເສີມ​ຂະ​ຫຍາຍໝາກ​ຜົນ​ຂອງ​ການ​ຮ່ວມ​ມື 2 ຝ່າຍ ແລະ ຫຼາຍ​ຝ່າຍ​ທີ່​ບັນ​ລຸ​ໄດ້​ໃນ​ໄລ​ຍະ​ຜ່ານ​ມາ, ພິ​ເສດ​ແມ່ນ​ໃນ​ບັນ​ດາ​ຂົງ​ເຂດ​ສ້າງ​ກົດ​ໝາຍ ແລະ ຕິດ​ຕາມກວດ​ກາ… ປະ​ກອບ​ສ່ວນ​ນຳ​ການ​ພົວ​ພັນ ຫວຽດ​ນາມ - ລາວ ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈ​ິງ ແລະ ມີ​ປະ​ສິດ​ທິ​ຜົນ.

        ສ່ວນ​ທ່ານ​​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ ຍຸ​ຕິ​ທຳ​ ບຸນ​ເກີດ ສັງ​ສົມ​ສັກ ສະ​ແດງ​ຄວາມ​ປາດ​ຖະ​ໜາ​ວ່າ: 2 ຝ່າຍ​ສືບ​ຕໍ່​ເພີ່ມ​ທະ​ວີ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື, ແບ່ງ​ປັນ​ບົດ​ຮຽນ​ໃນ​ຂົງ​ເຂດ​ສ້າງ​ກົດ​ໝາຍ, ຈັດ​ຕັ້ງ​ປະ​ຕິ​ບັດ​ກົດ​ໝາຍ, ບຳ​ລຸງ​ສ້າງ, ພະ​ນັກ​ງານຕຸ​ລາ

ຂ່າວ/ບົດ​ອື່ນ