ຫາງສຽງພາຍໃນປະເທດແລະສາກົນຄັດຄ້ານເລື່ອງຈີນນຳຮ້ານເຈາະນ້ຳມັນເຂົ້າເຂດນ່ານທະເລຫວຽດນາມ

(vovworld) - ບັນດາ​ນັກວິທະຍາສາດ,ນັກ​ຄົ້ນ​ຄ້ວາ​ກໍ​ຄື​ຊາວ​ປະມົງຢູ່​ນະ​ຄອນ ດາ​ຫນັງ ​ໄດ້ຄັດຄ້ານ​ຢ່າງ​ແຮງ​ຕໍ່​ເລື່ອງ ຈີນ ນຳ​ຮ້ານ​ເຈາະ​ນ້ຳມັນ HD 981 ​​ແລະ ກຳ​ປັ່ນ​​ໃຫຍ່​ຫລາຍ​ລຳ, ນັບ​ທັງ​ກຳ​ປັ່ນ​ທະຫານເຂົ້າ​ເຄື່ອນ​ໄຫວ​ຢູ່​​ເຂດໄຫລ່​ທະວີບ ຂອງ​ຫວຽດນາມ ​ແຕ່​ວັນ​ທີ 1/5/2014 ມາ​ຮອດ​ປະຈຸ​ບັນ. ທ່ານ ບຸ່ຍ​ວັນ​ຕຽງ, ປະທານ​ສະມາຄົມ​ວິທະຍາສາດ​ປະຫວັດສາດ ນະຄອນ ດາ​ຫນັງ ຢືນຢັນ​ວ່າ: ​ການ​ກະທຳ​ດັ່ງກ່າວ​ຂອງ​ຈີນ​ແມ່ນ​ບໍ່​ຖືກຕ້ອງຕາ​ມ​ກົດໝາຍ.

“​ເລື່ອງຝ່າຍ​ຈີນ ນຳ​ຮ້ານ​ເຈາະ​ນ້ຳມັນ​ເຂົ້າ​ເຄື່ອນ​ໄຫວ​ຢູ່​ບໍລິ​ເວນ​ໃກ້​ກັບ​ເກາະ ລີ​ເຊີນ ຊື່​ງ​ແມ່ນ​ເຂດ​ທີ່​ຂຶ້ນ​ກັບ​​ເຂດ​ນ່ານທະ​ເລ​ຂອງ​ຫວຽດນາມ ​ແລະ ເມືອງ​ເກາະ ​ຮ່ວາງ​ຊາ, ຂຶ້ນ​ກັບ​ນະຄອນ ດາ​ຫນັງ. ນີ້​ແມ່ນ​ຄວາມ​ຈິງ​ປະຫວັດສາດ​ທີ່​ບໍ່​ອາດ​ປະ​ຕິ​ເສດ​ ​ແລະ ຖົກ​ຖຽງ​ໄດ້. ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ນີ້​ແມ່ນ​ການ​ກະທຳ​ລະ​ເມີດ​ຂອງ​ຈີນ​ສຳລັບ​ອະທິປະ​ໄຕ​ທີ່​ສັກກະ​ລະ​ບູຊາຂອງ​ຫວຽດນາມ.”

ຫາງສຽງພາຍໃນປະເທດແລະສາກົນຄັດຄ້ານເລື່ອງຈີນນຳຮ້ານເຈາະນ້ຳມັນເຂົ້າເຂດນ່ານທະເລຫວຽດນາມ	 - ảnh 1
ກຳປັ່ນຈີນ ພວມບຸກໂຈມຕີກຳປັ່ນຫວຽດນາມ
ພາບ:internet

        ​ໃນ​ຂະນະ​ນັ້ນ, ຫາງ​ສຽງ​ສາກົນ ສືບ​ຕໍ່​ຄັດ​ຄ້ານ​ການ​ກະທຳ​ຂອງ​ຈີນ. ວັນ​ທີ 7/5, ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ອີກ​ຄັ້ງ​ຫນຶ່ງ ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ບັນດາ​ການ​ກະທຳຕາມ​ລຳພັງ​ຝ່າຍ​ດຽວ, ອັນຕະລາຍ ​ແລະ ​ເກາະ​ຜິດ ຂອງ​ຈີນ ຢູ່ ທະ​ເລ​ຕາ​ເວັນ​ອອກ ພ້ອມ​ທັງ ຢືນຢັນ​ວ່າ: ​ເຂດ​ເສດຖະກິດ​ພ​ິ​ເສດ​ຂອງ​ຫວຽດນາມ ຢູ່ ທະ​ເລ​ຕາ​ເວັນ​ອອກ ​ຖືກ​ກຳນົດ​ຕາມ​ກົດໝາຍ​ສາກົນ. ກ່າວ​ຄຳ​ເຫັນ​ຕໍ່​ນັກ​ຂ່າວ​ຢູ່ ນະຄອນຫລວງ ວໍ​ຊີງ​ຕັນ ດີ​ຊີ, ທ່ານນາງ Jen Psaki, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ຢືນຢັນ​ວ່າ: ​ເລື່ອງ​ຈີນ ນຳ​ຮ້ານ​ເຈາະ​ນຳ້ມັນ​ເຂົ້າ​ເຂດ​ເກີດ​ການ​ພິພາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຕາມ​ລຳ​ພັງ​ຝ່າຍ​ດຽວ ແມ່ນ​ບໍ່ຊ່ວຍ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ. ກ່ຽວ​ກັບ​ເລື່ອງ​ກຳ​ປັ່ນ ຂອງຈີນ ຕັ້ງ​ໃຈ​ຕຳ່​ກຳ​ປັ່ນ​ຂອງ​ຫວຽດນາມ ຢູ່ ທະ​ເລ​ຕາ​ເວັນ​ອອກ, ທ່ານ​ນາງ Jen Psaki ​ໃຫ້​ຮູ້​ວ່າ:

“ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ວິຕົກ​ກັງວົນ​ຕໍ່​ການ​ການ​ກະທຳ​ທີ່ອັນຕະລາຍ ​ແລະ ນາບຂູ່​ດ້ວຍ​ກຳ​ປັ່ນ​ຢູ່​ເຂດ​​ເກີດ​ການພິພາດ. ພວກ​ຂ້າພະ​ເຈົ້າ​ຮຽກຮ້ອງ​ໃຫ້​ທຸກ​ຝ່າຍ​ຕ້ອງ​ລະ​ງັບ​ໃຈ, ມີ​ວິທີ​ແກ້​ໄຂ​ຢ່າງ​ປອດ​ໄພ ​ແລະ ​ສອດຄ່ອງ, ​​ແກ້​ໄຂ​ການ​ພິພາດ​ອະທິປະ​ໄຕ​ໂດຍ​ສັນ​ຕິ​ວິທີ, ດ​້ວຍທາງ​ການ​ທູດ ​ແລະ ສອດ​ຄອ່ງກັບ​ກົດໝາຍ​ສາກົນ.

ກ່ຽວ​ກັບ​ທັດສະນະ​ຂອງ​ອາ​ເມ​ລິ​ກາ ສຳລັບ​ເຂດ 9 ຕອນ​ເຊິ່ງຈີນ ​ໄດ້​ຖະ​ແຫຼ​ງພຽງ​ຝ່າຍ​ດຽວ​ບົນທະ​ເລ​ຕາ​ເວັນ​ອອກ, ​ໂຄສົກ​ກະຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ ຊີ້​ແຈ້ງວ່າ.

        “​ຫວຽດນາມ ​ໄດ້​ປະກາດ​ເຂດ​ເສດຖະກິດ​ພິ​ເສດ​ 200 ​ໄມ​ທະ​ເລ​ໂດຍອີ່​​ງ​ໃສ່​ເຂດ​ຝັ່ງທະ​ເລ​ຂອງ​ຫວຽດນາມ ​ແລະ ຖືກ​ຕາມ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ. ​ແຕ່​ວ່າ, ຈີນ ພັດ​ມີ​ທັດສະນະ​ກົງກັນຂ້າ​ມ. ນັ້ນ​ແມ່ນ​ເຫດຜົນ​ທີ່​ພວກ​ເຮົາ​ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ບໍ່​ຍົກ​ອອກ​ບັນດາ​ການ​ເຄື່ອນ​ໄຫວ​ເກາະ​ຜິດ ​ແລະ ພຽງ​ຝ່າຍ​ດຽວ​ຢູ່​ບັນດາ​ເຂດ​ເກີດ​ການພິພາດ​ໃກ້​ກັບ​ເກາະຕ່າງໆ​ຢູ່​ໃນ​ທະ​ເລ​ຕາ​ເວັນ​ອອກ”.

ສ່ວນ​ຢູ່ ​ເອີ​ລົບ, ນັກຮຽນ​ຮູ້ ອີ​ຕາ​ລີ ຫລາຍ​ທ່ານ​ຖື​ວ່າ: ຈີ​ນ ພວມ​ຕັ້ງ​ໃຈ​ກໍ່​ຄວາມ​ເຄັ່ງ​ຕຶງ, ນາບ​ຂູ່​ສັນຕິພາບ, ຄວາມ​ໝັ້ນຄົງ, ສະຖຽນລະ​ພາບ ​ແລະ ຄວາມ​ປອດ​ໄພ​ການ​ເດີນ​ທະ​ເລ​ຢູ່ ທ​ະ​ເລ​ຕາ​ເວັນ​ອອກ.

ເດັດດ່ຽວ​ປົກ​ປັກ​ຮັກສາ​ອະທິປະ​ໄຕທະ​ເລ​ໝູ່​ເກາະ​ຂອງຫວຽດນາມ

(vovworld) -ວັນ​ທີ 8/5, ປະຊາຊົນ​ຫວຽດນາມ​ແລະ​ຫາງ​ສຽງ​ສາກົນສືບ​ຕໍ່​ຄັດຄ້ານ​ເລື່ອງ​ຈີນ ນຳ​ຮ້ານ​ເຈາະ​ນ້ຳມັນ HD 981 ເຂົ້າ​ເຄື່ອນ​ໄຫວ​ຢູ່​​ເຂດໄຫລ່​ທະວີບ ຂອງ​ຫວຽດນາມ ​ ​ແລະ ຖື​ວ່າ ນີ້​ແມ່ນ​ການ​ລ່ວງ​ລະ​ເມີດ​ອະທິປະ​ໄຕ​ຂອງ​ຫວຽດນາມ ຢູ່ ທະ​ເລ​ຕາ​ເວັນ​ອອກ. ຕາມ​ທ່ານ ​ໂດ​ບີ​ງ​ເຢືອງ, ຢູ່​ຕາ​ແສງ ​ເຄີມ​ທຽນ ​ເມືອງ ດົງ​ດາ​, ຮ່າ​ໂນ້ຍ ​ແລ້ວ, ຫວຽດນາມ ມີ​ຫລັກ​ຖານ​ດ້ານ​ກົດໝາຍ​ ​ແລະ ປະ​ຫວັດ​ສາດຢ່າງພຽງພໍ ​ເພື່ອ​ຢັ້ງຢືນ​ອະທິປະ​ໄຕ​ສຳ​ລັບ​ເຂດ​ເສດຖະກິດ​ຈຳເພາະ, ​​ເຂດ​ໄຫລ່​ທະວີບ​ ຕາມ​ບັນດາ​ຂໍ້​ກຳນົດ​ຂອງ​ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982.  ທ່ານ ​ໂດ​ບີ​ງ​ເຢືອງ ​ເວົ້າ​ວ່າ:

“​ການ​ຂັດແຍ່ງ​ກ່ຽວ​ກັບ​ທະ​ເລ, ໝູ່​ເກາະ ​ແລະ ​​ເຂດໄຫລ່​ທະວີບ ​ໄດ້​ເກີດ​ຂຶ້ນ​ຫລາຍ​ ແລ້ວ. ບໍ່​ພຽງ​ແຕ່​ຢູ່ຫວຽດນາມ ​ເທົ່າ​ນັ້ນ ຫາກ​ນັບ​ທັງ​ບາງ​ປະ​ເທດ​ໃນ​ໂລກ ກໍ​ເຮັດ​ໃຫ້​ຂ້າພະ​ເຈົ້າ​ ​ຂັດ​ໃຈ. ລັດຖະບານ​ຫວຽດນາມ ​ໄດ້​ນຳ​ໃຊ້ນະ​ໂຍບາຍ​ສັນຕິພາບ​ເພື່ອ​ແກ້​ໄຂ​ການ​ພິພາດ ​ແຕ່​ຝ່າຍ​ຈີນ ​ໄດ້ນຳ​ໃຊ້​ກຳ​ປັ່ນ​ທະຫານ​ເພື່ອກໍ່​ກຳລັງ​ດັນ, ສະ​ນັ້ນ ຂ້າພະ​ເຈົ້າ ມີ​ຄວາມ​ຂັດ​ໃຈ ​ແລະ ຄັດ​ຄ້ານ​ຢ່າງ​ແຮງ.”

        ​ໃນ​ຂະນະ​ນັ້ນ, ຫາງ​ສຽງ​ສາກົນ ​​ໄດ້​ຄັດ​ຄ້ານ​ການ​ກະທຳ​ຂອງ​ຝ່າຍ​ຈີນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ຕອນ​ເຊົ້າ​ວັນ​ທີ 8/5, ທ່ານ Yoshihide Suga, ຫົວຫນ້າ​ຫ້ອງການ​ຄະນະ​ລັດຖະບານ ຍີ່​ປຸ່ນ ​ໄດ້​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ບັນດາ​ເຫດທີ່​ເກີດ​ຂຶ້ນ​ລະຫວ່າງ​ກຳ​ປັ່ນ ຈີນ ​ແລະ ກຳ​ປັ່ນ ຫວຽດນາມ ຢູ່ ທະ​ເລ​ຕາ​ເວັນ​ອອກ ພ້ອມ​ທັງ​ຮຽກຮ້ອງ​​ໃຫ້ບັນດາ​ຝ່າຍ​ຈົ່ງ​ລະ​ງັບ​ໃຈ.

        “ຍີ່​ປຸ່ນ ຖື​​ເຫດການ​ນີ້​ແມ່​ນສ່ວນ​ຫນຶ່ງ​ໃນ​ບັນດາ​ການ​ກະທຳ​ອອກ​ສູ່​ມະຫາ​ສະໝຸດ​ຂອງ​ຈີນ ​ແລະ ມີ​ລັກສະນະ​ເກາະ​ຜິດ. ຍີ່ປຸ່ນ ມີ​ຄວາມ​ວິຕົກ​ກັງວົນ​ຢ່າງ​ເລິກ​ເຊິ່ງຕໍ່ຫນ້າ​ຄວາມ​ເຄັ່ງ​ຕຶງ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຢູ່​ພາກ​ພື້ນ ​ຍ້ອນ ຈີນ​ ​ເລີ່​ມຕົ້ນ​ການເຄື່ອນ​ໄຫວ​ເຈາະ​ນຳ້ມັນ .”

​ສ່ວນ​ຢູ່ ​ເຢຍລະ​ມັນ, ຫນັງສືພິມ​ສຳຄັນ​ຫລາຍ​ສະບັບ ລ້ວນ​ແຕ່​ລົງ​ພິມ​ຂ່າວ, ຮູບ​ພາບ​ສະ​ແດງ​ໃຫ້​ເຫັນ​ການ​ກະທຳ​ຂອງ​ຈີນ ຢູ່ ທະ​ເລ​ຕາ​ເວັນ​ອອກ ພ້ອມ​ທັງ​ເນັ້ນ​ຫນັກ​ວ່າ​: ​ເລື່ອງ​ຈີນ ນຳ​ຮ້ານ​ເຈາະ​ນຳ້ມັນ​ຢູ່​ເຂດ​ທະ​ເລ​ຂອງ​ຫວຽດນາມ ​ແມ່ນ​ການ​ກະທຳ​ເກາະ​ຜິດ​ຂອງ​ປັກ​ກີ່​ງ.

ຂ່າວ/ບົດ​ອື່ນ