ຫຼາຍປະເທດສະແດງຄວາມຫວັງຢາກຮັບເອົາແຮງງານຫວຽດນາມ

(VOVWORLD) -ທາງກະຊວງກໍມຸ້ງໄປສູ່ການສົ່ງອອກແຮງງານໄປເຮັດວຽກຢູ່ຕະຫຼາດໃໝ່ ດ້ວຍຄຸນນະພາບສູງ ແລະ ລາຍຮັບເປັນປົກກະຕິ.
ຫຼາຍປະເທດສະແດງຄວາມຫວັງຢາກຮັບເອົາແຮງງານຫວຽດນາມ - ảnh 1(ພາບປະກອບ: TTXVN) 

ປີີ 2019, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ສືບຕໍ່ຜັນຂະຫຍາຍບັນດາວິທີການແກ້ໄຂ ເພື່ອພັດທະນາຕະຫຼາດສົ່ງອອກແຮງງານໄປເຮັດວຽກຢູ່ຕ່າງປະເທດ ຕາມສັນຍາ. ພ້ອມກັນນັ້ນ, ທາງກະຊວງກໍມຸ້ງໄປສູ່ການສົ່ງອອກແຮງງານໄປເຮັດວຽກຢູ່ຕະຫຼາດໃໝ່ ດ້ວຍຄຸນນະພາບສູງ ແລະ ລາຍຮັບເປັນປົກກະຕິ. ທ່ານ ຫງວຽນຢາລຽມ ຮອງຫົວໜ້າກົມຄຸ້ມຄອງແຮງງານຕ່າງປະເທດ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ໃຫ້ຮູ້ວ່າ:

        “ປັດຈຸບັນ, ຫຼາຍປະເທດພວມສົນໃຈຕໍ່ການຮັບເອົາແຮງງານຫວຽດນາມ ຄື ຢູ່ເອີຣົບຕາເວັນອອກ ກໍມີຄວາມຫວັງ ຢາກເຊັນສັນຍາຮ່ວມມືກັບຫວຽດນາມ. ນອກຈາກນັ້ນ, ບາງປະເທດຢູ່ຕາເວັນອອກກາງ ກໍເລີ່ມມີຄວາມສົນໃຈ ຄື ຄູເວດ, ສະຫະລັດ ອາຣັບ ເອມີເລດ...”

       


 

ຕອບກັບ

ຂ່າວ/ບົດ​ອື່ນ