ອົງການກວດກາລັດຖະບານ ຍົກສູງຄຸນນະພາບວຽກງານກວດກາ

ອົງການກວດກາລັດຖະບານ ຍົກສູງຄຸນນະພາບວຽກງານກວດກາ - ảnh 1
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: ອີນເຕີເນັດ)

(vovworld) - ວັນ​ທີ 4/1, ຢູ່ ຮ່າ​ໂນ້ຍ, ອົງການ​ກວດກາ​ລັດຖະບານ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຜ່ານ​ເຄື​ອຂ່າຍ ອ​ິນ​ເຕີ​ເນັດ​ສະຫຼຸບ​ວຽກ​ງານ​ກວດກາ​ປີ 2012, ​ເສີມ​ຂະຫຍາຍ​ໜ້າ​ທີ່​ປີ 2013. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ ຮຽກຮ້ອງ​ໃຫ້​ປີ 2013, ຂະ​ແໜງ​ກວດກາ​ຕ້ອງ​ເປັນ​ເຈົ້າ​ການ, ຕັ້ງໜ້າ, ມະ​ນາ​ພະຍາຍາມ​ໃນ​ວຽກ​ງານ​ປະຕິບັດ​ໜ້າ​ທີ່​ຍິ່ງກ່ວາ​ອີກ, ​ໃນ​ນັ້ນ, ສຸມ​ໃສ່​ການ​ກວດກາ​ມີ​ຈຸດ​ສຸມ ​ແລະ ບັນດາ​ບັນຫາ​ສຳຄັນ​ຄື: ການ​ເງິນ, ງົບປະມານ, ທະນາຄານ, ຫຼັກ​ຊັບ, ຄຸ້ມ​ຄອງ​ຊັບ​ສິນ​ສ່ວນ​ລວມ, ຂາ​ເຂົ້າຂາ​ອອກ, ຄຸ້ມ​ຄອງ​ຕະຫຼາດ​ຄຳ.​.​.​ ສະຫຼຸບ, ນຳສະ​ເໜີ​​ໃຫ້​ແກ້​ໄຂ​ໂດຍພາວະ​ວິ​ໄສ, ຊັດ​ເຈນ, ທັນ​ການ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກວ່າການ​ສະ​ເໜີ​ແນະ, ສະຫຼຸບ​ການ​ກວດກາ​ຕ້ອງ​ກະຈ່າງ​ແຈ້ງ, ຍົກ​ສູງ​ຄວາມ​ຮັບຜິດ​ຊອບ​ໃນ​ການ​ຕ້ອນຮັບ​ປະຊາຊົນ, ​ເພີ່ມ​ທະວີ​ການ​ສົນທະນາ, ​ໄກ່​ເກ່ຍ, ​ແກ້​ໄຂ​ບັນດາ​ກໍລະນີ​ທີ່​ຍັງ​ຄົງ​ຄ້າງ, ຫຍຸ້ງຍາກ, ​ແກ່​ຍາວ ​ແລະ ສືບ​ຕໍ່​ຕິດຕາມ​ກວດກາ ຢ່າງ​ເດັດຂາດ. ພ້ອມ​ກັນ​ນັ້ນ, ຂະ​ແໜງ​ກວດກາ​ຄວນເປັນ​ເສນາ​ທິການ​ໃຫ້​ລັດຖະບານ ​ແລະ ຫົວໜ້າ​ບັນດາ​ອົງການ​ແຫ່ງ​ລັດ​​ເພື່ອເສີມ​ຂະຫຍາຍ​ປະຕິບັດ​ບັນດາ​ມາດ​ຕະການ​ປ້ອງ​ກັນ, ຕ້ານການສໍ້​ລາດ​ບັງ​ຫຼວງຢ່າງ​ຄົບ​ຊຸດ, ​ເຮັດ​ສຳ​ເລັດ​ພາ​ລະ​ໜ້າ​ທີ່, ​ແລະ ສ້າງ​ໂຄງປະກອບ​ການຈັດ​ຕັ້ງ, ກົງຈັກ​ຂອງ​ອົງການ​ກວດກາ, ​ເພີ່ມ​ທະວີ​ການ​ກວດກາ​ໃຫ້​ສົມບູນ​ແບບ, ຕິດຕາມ​ກວດກາ​ພາຍ​ໃນ, ບໍ່​ປະ​ໃຫ້​ພະນັກງານ​ລະ​ເມີດ, ​ມີ​ປະກົດ​ການຫຍໍ້​ທໍ້​ໃນ​ການ​ປະຕິບັດ​ງານ.

ຂ່າວ/ບົດ​ອື່ນ