ອົງການກວດສອບແຫ່ງລັດ ຫວຽດນາມ ເປັນເຈົ້າການປະກອບສ່ວນເຂົ້າໃນການພັດທະນາຂອງ ASOSAI

(VOVWORLD) - ນີ້ແມ່ນຄຳປະກາດໃນການປະຊຸມຂ່າວກ່ຽວກັບໝາກຜົນຂອງກອງປະຊຸມໃຫຍ່ ASOSAI 14 ເຊິ່ງຈັດຕັ້ງໃນວັນທີ 22 ກັນຍາ ຢູ່ສູນປະຊຸມແຫ່ງຊາດ.
ອົງການກວດສອບແຫ່ງລັດ ຫວຽດນາມ ເປັນເຈົ້າການປະກອບສ່ວນເຂົ້າໃນການພັດທະນາຂອງ ASOSAI - ảnh 1ບັນດາຜູ້ແທນທີ່ການປະຊຸມຂ່າວ

ພາຍຫຼັງການເຮັດວຽກມາເປັນເວລາ 4 ວັນຢ່າງຮີບດ່ວນ, ເຂັ້ມງວດ, ບົນຈິດໃຈຄວາມຮັບຜິດຊອບສູງ, ກອງປະຊຸມໃຫຍ່ບັນດາອົງການກວດສອບແຫ່ງລັດສູງສຸດອາຊີ 14 (ASOSAI 14) ໄດ້ສິ້ນສຸດລົງຢ່າງຈົບງາມ. ນີ້ແມ່ນຄຳປະກາດໃນການປະຊຸມຂ່າວກ່ຽວກັບໝາກຜົນຂອງກອງປະຊຸມໃຫຍ່ ASOSAI 14 ເຊິ່ງຈັດຕັ້ງໃນວັນທີ 22 ກັນຍາ ຢູ່ສູນປະຊຸມແຫ່ງຊາດ.

        ທີ່ການປະຊຸມຂ່າວ, ເມື່ອຕີລາຄາໝາກຜົນສຳຄັນຂອງກອງປະຊຸມໃຫຍ່ ASOSAI 14, ທ່ານ Choe Jeah yeong, ປະທານຄະນະກຳມະການກວດສອບ ແລະ ກວດກາ ສ ເກົາຫຼີ, ເລຂາທິການໃຫຍ່ ASOSAI ອາຍຸການ 2015 – 2018 ໄດ້ຖືວ່າ: ຄວາມສຳເລັດໃຫຍ່ຫຼວງທີ່ສຸດຂອງກອງປະຊຸມໃຫຍ່ ASOSAI 14 ແມ່ນການຮັບຮອງເອົາຖະແຫຼງການຮ່າໂນ້ຍ. ພ້ອມກັນນັ້ນ, ອົງການກວດສອບສູງສຸດ (SAI) ຫວຽດນາມ ໄດ້ປະຕິບັດບົດບາດເປັນເຈົ້າພາບຈັດຕັ້ງ ASOSAI 14 ສຳເລັດ, ເຊິ່ງເປັນກອງປະຊຸມລະດັບສາກົນ. ຈາກນັ້ນ, ທີ່ຕັ້ງບົດບາດສາກົນຂອງ ຫວຽດນາມ ໄດ້ຮັບການຍູ້ແຮງກ່ວາບົນເວທີສາກົນ. ຕາມທ່ານ Choe Jeah yeong ແລ້ວ, SAI ຫວຽດນາມ ດ້ວຍບົດບາດເປັນປະທານໃໝ່ຂອງ ASOSAI, ຈະຕ້ອງນຳໜ້າໃນການຍູ້ແຮງການຮ່ວມມືກັບບັນດາ SAI ສະມາຊິກຂອງ ASOSAI ເພື່ອສາມາດປະຕິບັດເປົ້າໝາຍຂອງຖະແຫຼງການຮ່າໂນ້ຍ ກໍ່ຄືບັນດາເປົ້າໝາຍພັດທະນາແບບຍືນຍົງຂອງ ສປຊ.

        ກໍ່ທີ່ການປະຊຸມຂ່າວນີ້, ທ່ານນາງ Madinad Binti Mohamad, ຫົວໜ້າອົງການກວດສອບແຫ່ງລັດ ມາເລເຊຍ, ອະດີດປະທານ ASOSAI ຢັ້ງຢືນວ່າ: ຫວຽດນາມ, ດ້ວຍບົດບາດເປັນປະທານ ASOSAI ອາຍຸການ 2018 – 2021 ມີຄວາມມຸ່ງຫວັງຢາກປະຕິບັດບົດບາດນຳພາຂອງຕົນໃຫ້ເປັນຢ່າງດີ, ຊ່ວຍໃຫ້ປະຊາຄົມ ASOSAI ຫັນບັນດາການກຳນົດທິດພັດທະນາໃຫ້ເປັນລະອຽດ, ເຈາະຈິ້ມແນວຄວາມຄິດ ແລະ ມາດຕະການກ່ຽວກັບການສ້າງ ASOSAI ໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ, ພັດທະນາ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ