ອົງການກວດສອບແຫ່ງລັດຫວຽດນາມ, ລາວເພີ່ມທະວີການຮ່ວມມື

ອົງການກວດສອບແຫ່ງລັດຫວຽດນາມ, ລາວເພີ່ມທະວີການຮ່ວມມື  - ảnh 1
ພິ​ທີ​ເຊັນ​ສັນ​ຍາ​ລະ​ຫວ່າງ 2 ຝ່າຍ

(vovworld) – ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່​ລາວ​ແຕ່​ວັນ​ທີ 3 -5/4, ຕອນ​ບ່າຍ​ວັນ​ທີ 4/4, ຢູ່ນະ​ຄອນຫຼວງວຽງ​ຈັນ, ທ່ານ ໂຮ່​ດືກ​ເຟີກ, ຫົວ​ໜ້າ​ອົງ​ການກວດ​ສອບ​ແຫ່ງ​ລັດຫວຽດ​ນາມ ໄດ້​ເຈ​ລະ​ຈາ​ກັບ​ທ່ານ ວຽງ​ທອງ ສີ​ພັນ​ດອນ, ອົງ​ການກວດ​ສອບ​ແຫ່ງ​ລັດ​ລ​າວ.

        ທີ່​ການ​ເຈ​ລະ​ຈາ, 2 ຝ່າຍ​ເຫັນ​ດີ​ສຸມ​ໃສ​ຜັນ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ຂໍ້​ຕົກ​ລົງກ່ຽວ​ກັບ​ແຜນ​ການ​ຮ່ວມ​ມື​ລະ​ຫວ່າງ​ລັດ​ຖະ​ບານ ຫວຽດ​ນາມ ແລະ ລັດ​ຖະ​ບານ​ລາວ​ປີ 2017 ແລະ ສັນ​ຍາ​ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ​ລະ​ຫວ່າງລັດ​ຖະ​ບານ ຫວຽດາມ ແລະ ລັດ​ຖະ​ບານ​ລ​າວ ໄລ​ຍະ 2016 -2020 ຢ່າງ​ສູງ​ສຸດ; ສຸມ​ໃສ່​ຜັນ​ຂະ​ຫຍາຍ​ແຜນ​ການ​ຮ່ວມ​ມື​ໄລ​ຍະ 2016 – 2018. ສອງ​ຝ່າຍ​ເຫັນ​ດີ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນຢ​ູ່​ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ, ພິ​ເສດ​ແມ່ນ​ໃນ​ຂອບ​ເຂດກອງ​ປະ​ຊຸມ​ສະ​ພາ​ອົງ​ການກວດ​ສອບ​ສູງ​ສຸດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ASEANSAI) ແລະ ກອງ​ປະ​ຊຸມ​ໃຫຍ່​ບັນ​ດາ​ອົງ​ການກວດ​ສອບ​ບັນ​ຊີ​ສູງ​ສຸດ (ASOSAI).

        ເນື່ອງ​ໃນ​ໂອ​ກາດນີ້, ທ່ານ ອົງ​ການກວດ​ສອບ​ແຫ່ງ​ລັດ ຫວຽດ​ນາມ ໂຮ່​ດືກ​ເຟີກ ໄດ້​ມອບ​ໃຫ້ທ່ານ ວຽງ​ທອງ ສີ​ພັນ​ດອນ, ອົງ​ການກວດ​ສອບ​ແຫ່ງ​ລັດ​ລ​າວ Laptop 20 ຊຸດ.


ຕອບກັບ

ຂ່າວ/ບົດ​ອື່ນ