ອັດກອງປະຊຸມບໍ່ເປັນທາງການຜູ້ບັນຊາການທະຫານປ້ອງກັນປະເທດອາຊຽນຄັ້ງທີ13

ອັດກອງປະຊຸມບໍ່ເປັນທາງການຜູ້ບັນຊາການທະຫານປ້ອງກັນປະເທດອາຊຽນຄັ້ງທີ13 - ảnh 1
ຫົວໜ້າຄະນະຜູ້ແທນບັນດາປະເທດ ອາຊຽນ ເຊັນຖະແຫຼງການຮ່ວມ
(ພາບ:​Phạm Kiên/TTXVN)

(vovworld) –  ກອງ​ປະຊຸມບໍ່​ເປັນ​ທາງ​ການ​ຜູ້​ບັນຊາ​ການ​ທະຫານ​ປ້ອງ​ກັນ​ປະ​ເທດ​ ອາ​ຊຽນ ຄັ້ງ​ທີ 13 (ACDFIM - 13) , ດ້ວຍ​ຫົວ​ຂໍ້ “​ເພີ່ມທະວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ​ເພື່ອ​ປະຊາ​ຄົມ ອາ​ຊຽນ ຂະຫຍັນ​ຂັນ​ເຄື່ອນ”, ​ໄດ້​ອັດ​ລົງ​ໃນ​ຕອນ​ບ່າຍ​ວັນ​ທີ 14/3, ຢູ່​ນະຄອນຫຼວງ ວຽງ​ຈັນ, ປະ​ເທດ ລາວ. ທີ່​ກອງ​ປະຊຸມ, ຜູ້ຕາງໜ້າກຳລັງ​ປ້ອງ​ກັນ​ປະ​ເທດ​ບັນດາ​ປະ​ເທດ ອາ​ຊຽນ ​​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຂອງ​ສະພາບ​ແວດ​ລ້ອມ​ສັນຕິພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ເພື່ອ​ແນ​​ໃສ່​ຊຸກຍູ້​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ເຕີບ​ໂຕ​ດ້ານ​ເສດຖະກິດ ​ແລະ ຄວາມ​ວັດທະນາ​ຖາວອນ​ໃນ​ພາກ​ພື້ນ. ດັ່ງ​ນັ້ນ, ​ບັນດາ​ຝ່າຍ​ຕ້ອງ​ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ ​ແລະ ປະຕິບັດ​ສຳ​ເລັດ​ການ​ສ້າງ​ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ. ຫົວໜ້າ​ຄະນະ​ຜູ້​ແທນ ຟີ​ລິບ​ປິນ, ພົນ​ຕີ Romeo Tanalgo ​ຖື​ວ່າ: ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ລະຫວ່າງ ອາ​ຊຽນ ​ແລະ ຈີນ ຈະ​ຫລຸດຜ່ອນ​ໄພ​ເກີດ​ການ​ປະ​ທະ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ນຳ​ມາ​ເຊິ່ງມາດ​ຕະການ​ແກ້​ໄຂ​ບົນ​ພື້ນຖານ​ບັນດາ​ກົດ​ລະບຽບ, ຂໍ້​ກຳນົດ​ໂດຍ​ປະຊາ​ຄົມ​ໂລກ​ຮັບ​ຮູ້. ພົນ​ຕີ Romeo Tanalgo ກໍ​ຖື​ວ່າ: ​ເລື່ອງ​ບັນດາ​ປະ​ເທດ ອາ​ຊຽນ ມີ​ທັດສະນະ​ລວມກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ​ແມ່ນ​ຈຳ​ເປັນ​ທີ່​ສຸດ. ບັນດາ​ຫົວໜ້າ​ຄະນະ​ຂອງ​ປະ​ເທດ​ຕ່າງໆ​ກໍ​ໄດ້​ເວົ້າ​ເຖິງ​ຜົນ​ສະທ້ອນ​ຂອງ​ການ​ພົວພັນ​ລະຫວ່າງ​ບັນດາ​ປະ​ເທ​ດ​ໃຫຍ່​ສຳລັບ​ສະພາບ​ຄວາມ​ສະຫງົບ​ຢູ່​ພາກ​ພື້ນ. ຕາມ​ພົນ​ຈັດຕະວາ Pery Lim, ຜູ້​ບັນຊາ​ການ​ກຳລັງ​ປ້ອງ​ກັນ​ປະ​ເທດ ສິງ​ກະ​ໂປ, ​ໄດ້​ຍົກ​ສູງ​ຄວາມ​ຈຳ​ເປັນ​ຂອງ​ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ພົນ​ເອກ ​ໂດ໋ບ໋າ​ຕິ, ຫົວໜ້າ​ຄະນະ​ຜູ້​ແທນ ຫວຽດນາມ, ​ໃຫ້​ຮູ້​ວ່າ: ສະພາບ​ຄວາມ​ສະຫງົບ​ຢູ່​ພາກ​ພື້ນ​ໃນ​​​ໄລຍະ​ຈະ​ມາ​ເຖິງ ຕ້ອງ​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ​ບໍ່​ແມ່ນ​ໜ້ອຍ​ຄື: ການກໍ່​ການ​ຮ້າຍ, ການ​ປະ​ທະ​ກັນ​ດ້ານ​ເຊື້ອ​ຊາດ​ຜິວ​ພັນ… ພິ​ເສດ, ຄວາມ​ສະຫງົບ, ປອດ​ໄພ ​ແລະ ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ, ການ​ບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ພວມ​ຖືກ​ທ້າ​ທາຍ​ຍ້ອນ​ບັນດາ​ການ​ກະທຳ​ຜິດ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ການ​ປະຕິບັດ​ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ (UNCLOS) ປີ 1982. ຫົວໜ້າ​ຄະນະ​ຜູ້​ແທນ ຫວຽດນາມ ຖື​ວ່າ: ຄວນ​ເພີ່ມ​ທະວີ​ບັນດາ​ການ​ເຄື່ອນ​ໄຫວ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ບັນ​ດາ​ກຳລັງ​ທະຫານ ​ເຄື່ອນ​ໄຫວ​ບົນ​ທະ​ເລ, ການບິນ ຢູ່​ທະ​ເລ​ຕາ​ເວັນ​ອອກ, ບົນ​ພື້ນຖານ​ມາດ​ຕະຖານ​ສາກົນ ​ແລະ ບັນດາ​ຄຳ​ໝັ້ນ​ສັນຍາ​ພາກ​ພື້ນ, ພິ​ເສດ​ແມ່ນ UNCLOS 1982 ​ແລະ DOC.

        ​ເມື່ອ​ສິ້ນສຸດ​ກອງ​ປະຊຸມ, ຫົວໜ້າ​ຄະນະ​ບັນດາ​ປະ​ເທດ​ອາ​ຊຽນ​ໄດ້​ເຊັນ​ຖະ​ແຫຼ​ງການ​ຮ່ວມຂອງ ACDFIM – 13. ຖະ​ແຫຼ​ງການ​ຮ່ວມ​ໄດ້​ເຕື້ອງ​​ເຖິງ​ຫຼາຍ​ບັນຫາ​ຄວາມ​ສະຫງົບຂອງ​ພາກ​ພື້ນ, ​ໃນ​ນັ້ນ​ມີ​ຄວາມ​ຈຳ​ເປັນ​ຕ້ອງ​ປະຕິບັດ DOC ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ, ສ້າງສຳ​ເລັດ COC ​​ໂດຍ​ໄວ ​ເພື່ອ​ຮັກສາ​ສະພາບ​ແວດ​ລ້ອມ​ແຫ່ງສັນຕິພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ.


ຂ່າວ/ບົດ​ອື່ນ