ອັດກອງປະຊູມລັດຖະມົນຕີຮັບຜິດວັດທະນະທຳແລະສິລະປະອາຊຽນຄັ້ງທີ 6

ອັດກອງປະຊູມລັດຖະມົນຕີຮັບຜິດວັດທະນະທຳແລະສິລະປະອາຊຽນຄັ້ງທີ 6 - ảnh 1
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
(ພາບ: ໜັງສືພິມ Thừa Thiên Huế)

(vovworld) – ດ້ວຍ​ຫົວ​ຂໍ້​ວ່າ “ ຍົກ​ສູງ​ບົດບາດ​ວັດທະນະທຳ ​​ໃນ ການ​ພັດທະນາ​ຢ່າງໝັ້ນຄົງ​ຂອງ​ປະຊາ​ຄົມ ອາຊຽນ”, ກອງ​ປະ​ຊູ​ມລັດຖະມົນຕີ​ຮັບຜິດຊອບ​ ​ວັດທະນະທຳ ​ແລະ ສິລະ​ປະ ອາຊຽນ ຄັ້ງ​ທີ 6 ​ສິ້ນ​ສຸດລົງ​ໃນ​ວັນ​ທີ 20/4 ຢູ່​ນະຄອນ ​ເຮ້ວ, ​ແຂວງ ​ເທື່ອ​ທຽນ​ເຫ້ວ. ກອງ​ປະຊຸມ​ໄດ້​ກວດກາ​ວິວັດ​ການ​ຮ່ວມ​ມຶດ້ານ​ວັດທະນະທຳ​ໃນ​ຂອບ​ເຂດ​ຂອງ​ອາຊຽນ ​ແລະ ​ປຶກສາ​ຫາລືກ່ຽວກັບ​ບົດ​ບາດ​ຂອງວັດທະນະທຳ ​ແລະ ສິລະ​ປະ, ໜູນຊ່ວຍ​ຄວາມ​ມານະ​ພະຍາຍາມ​ສ້າງປະຊາ​ຄົມ ອາຊຽນ: ວິ​ໄສ​ທັດໜຶ່ງດຽວ - ສີສັນ​ໜຶ່ງດຽວ - ປະຊາ​ຄົມໜຶ່ງດຽວ. ບັນດາ​ລັດຖະມົນຕີເຫັນດີເປັນເອກະສັນກ່ຽວກັບບົດບາດຂອງວັດທະນະທຳຄືດັ່ງເສົາຄ້ຳສຳ

ລັບ​ການ​ພັດ​ທະນະ​ຢ່າງໝັ້ນຄົງ ​ແລະ ​ເຫັນ​ດີ​ກ່ຽວ​ກັບ​ຄຳ​ຖະ​ແຫຼງ ​ເຮ້ວ ​ແລະ ​ບົດບາດ​ຂອງ​ວັດທະນະທຳ​ສຳ​ລັດ​ການ​ພັດທະນາ​ຢ່າງໝັ້ນຄົງ​ຂອງ​ປະຊາ​ຄົມ ອາຊຽນ​… ທ່ານ​ເລຂາທິການ​ໃຫຍ່ ອາຊຽນ ​ເລມິ​ງ​ເຮືອງ ຖື​ວ່າ:

     “​ໃນ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ, ອາຊຽນ ພວມ​ຮ່ວມ​ມື​ກ່ຽວກັບ​ດ້ານ​ອະນຸລັກ​ຮັກສາ​ບັນດາມໍລະດົກ​ວັດທະນະທຳ, ​ໃນ​ຈຳນວນ​ມໍລະດົກ​ໂລກ 33 ​ຢ່າງ​ທີ່ໄດ້​ຮັບ​ການ​ຮັບຮອງຈາກ UNESCO, ມີ​ເຖີງ 21 ​ມໍລະດົກ​ວັດທະນະທຳ.​ ທາງ​ດ້ານ​ເສດຖະກິດ​ວັດທະນະທຳ ​ແລະ ມູນ​ເຊື້ອຂອງ​ບັນດາ​ປະ​ເທດ ອາຊຽນ ພວມ​ແມ່ນ​ປັດ​ໃຈ​ປະກອບສ່ວນ​ເຂົ້າ​ໃນ​ການ​ຊຸກຍູ້​ການທ່ອງທ່ຽວ,​ ປະກອບສ່ວນ​ເຂົ້າ​ໃນການ​ຊຸກຍູ້​ເສດຖະກິດ​ຂອງ​ປະ​ເທດຕ່າງໆ.”

     ກອງ​ປະ​ຊູ​ມ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ຈັດຕັ້ງກອງ​ປະ​ຊູ​ມລັດຖະມົນຕີ​ຮັບຜິດຊອບ​ ​ວັດທະນະທຳ ​ແລະ ສິລະ​ປະ ອາຊຽນ ຄັ້ງ​ທີ 7 ປີ 2016 ຢູ່ ບຣູ​ໄນ ດ້ວຍ​ຫົວ​ຂໍ້​ວ່າ “ ວັດທະນະທຳ​ເພື່ອ​ການ​ພັດທະນາ​ຢ່າງໝັ້ນຄົງໃນ​ອະນາຄົດຂອງ​ ອາຊຽນ ​.”


ຂ່າວ/ບົດ​ອື່ນ