ອັດກອງປະຊຸມສະພາແຫ່ງຊາດ ແລະ ບັນດາເປົ້າໝາຍພັດທະນາແບບຍືນຍົງ

(VOVWORLD) -ກອງປະຊຸມ ຢັ້ງຢືນວ່າ ບັນດາສະມາຊິກລັດຖະສະພາສະມາຊິກສວມບົດບາດສໍາຄັນເຂົ້າໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ໂດຍສະເພາະແມ່ນເປ້ົາໝາຍທີ່ກ່ຽວຂ້ອງເຖິງການລົບລ້າງຄວາມອຶດຫີວ, ຫຼຸດຜ່ອນຄວາມທຸກຍາກ, ຄວາມສະເໝີພາບລະຫວ່າງຍິງ - ຊາຍ... 
ອັດກອງປະຊຸມສະພາແຫ່ງຊາດ ແລະ ບັນດາເປົ້າໝາຍພັດທະນາແບບຍືນຍົງ - ảnh 1ທ່ານນາງ ຕ່ອງທິຟ໊ອງ ພ້ອມດ້ວຍບັນດາຜູ້ແທນ ທີ່ວາລະອັດກອງປະຊຸມ (ພາບ: qdnd.vn) 

ພາຍຫຼັງການເຮັດວຽກມາເປັນເວລາ 02 ວັນ, ກອງປະຊຸມສະພາແຫ່ງຊາດ ແລະ ບັນດາເປົ້າໝາຍພັດທະນາແບບຍືນຍົງ ໄດ້ອັດລົງໃນຕອນບ່າຍວັນທີ 18 ທັນວາ, ຢູ່ດ່າໜັງ. ກອງປະຊຸມ ຢັ້ງຢືນວ່າ ບັນດາສະມາຊິກລັດຖະສະພາສະມາຊິກສວມບົດບາດສໍາຄັນເຂົ້າໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ໂດຍສະເພາະແມ່ນເປ້ົາໝາຍທີ່ກ່ຽວຂ້ອງເຖິງການລົບລ້າງຄວາມອຶດຫີວ, ຫຼຸດຜ່ອນຄວາມທຸກຍາກ, ຄວາມສະເໝີພາບລະຫວ່າງຍິງ - ຊາຍ, ການຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ການປົກປັກຮັກສາສິ່ງແວດລ້ອມ... ກ່າວຄໍາເຫັນອັດກອງປະຊຸມ, ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໊ອງ ຢັ້ງຢືນວ່າ:

        “ກອງປະຊຸມຄັ້ງນີ້ ແມ່ນໂອກາດສໍາຄັນເພື່ອໃຫ້ສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດ ແລະ ບັນດາສະມາຊິກສະພາແຫ່ງຊາດ, ບັນດາຜູ້ຕາງໜ້າໃຫ້ສະພາປະຊາຊົນ ສືບຕໍ່່ ສ້າງແຜນການເຄື່ອນໄຫວ ເພື່ອແນໃສ່່ເຂົ້າຮ່ວມການຊຸກຍູ້ປະຕິບັດບັນດາເປົ້າໝາຍສະຫັດສະວັດລະດັບຊາດໃຫ້ເລິກເຊິ່ງກວ່າອີກ, ເໝາະສົມກັບບັນດາບຸລິມະສິດ, ຄວາມຮຽກຮ້ອງຕ້ອງການ ແລະ ສະພາບການພັດທະນາຂອງແຕ່ລະທ້ອງຖ່ິນ. ຂ້າພະເຈົ້າເຊື່ອໝັ້ນວ່າ ຜົນງານທີ່ກອງປະຊຸມບັນລຸໄດ້ໃນຄັ້ງນີ້ ແມ່ນບັນດາເອກະສານສໍາຄັນ, ບົດຮຽນອັນລໍ້າຄ່າ ເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດ, ຜູ້ຕາງໜ້າສະພາປະຊາຊົນ ນໍາໃຊ້ເຂົ້າໃນວິວັດການວາງແຜນ, ກໍານົດນະໂຍບາຍ ເພື່ອບັນດາເປົ້າໝາຍພັດທະນາແບບຍືນຍົງຢູ່ຫວຽດນາມ”.

        ທ່ານນາງ ຕ່ອງທິຟ໊ອງ ປາດຖະໜາວ່າ ສະຫະພັນລັດຖະສະພາໂລກ (IPU) ແລະ ໂຄງການພັດທະນາສະຫະປະຊາດ (UNDP) ແລະ ບັນດາອົງການຈັດຕັ້ງສາກົນ, ບັນດາລັດຖະສະພາສະມາຊິກຂອງ IPU ສືບຕໍ່ໜູນຊ່ວຍ, ແບ່ງປັນບົດຮຽນ ເພື່ອໃຫ້ຫວຽດນາມ ປະຕິບັດສໍາເລັດບັນດາການເຄື່ອນໄຫວໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ