ອັດຊຸດຝຶກອົບຮົມພະນັກງານອົງການກາແດງສປປ.ລາວ

ອັດຊຸດຝຶກອົບຮົມພະນັກງານອົງການກາແດງສປປ.ລາວ - ảnh 1
2 ຄະນະໄດ້ຖ່າຍຮູບທີ່ລະນຶກ

(vovworld) – ຕອນ​ບ່າຍ​ວັນ​ທີ 11/9, ຢູ່​ຮ່າ​ໂນ້ຍ, ສູນ​ກາງ​ສະພາ​ກາ​ແດງ ຫວຽດນາມ ​ໄດ້​ຈັດ​ພິທີອັດ​ຊຸດ​ຝຶກ​ອົບຮົມກ່ຽວ​ກັບ​ວຽກ​ງານ​ມະນຸດ​ສະທຳ​ໃຫ້​ພະນັກງານ​ອົງການ​ກາ​ແດງ ສປປ. ລາວ. ​ໃນການ​ຮຳ່ຮຽນ​ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ ມາເປັນ​ເວລາ 3 ອາ​ທິດ, ພະນັກງານ​ອົງການ​ກາ​ແດງຈາກ​ບັນດາ​ແຂວງ, ນະຄອນ​ຂອງ​ລາວ 20 ຄົນ​ໄດ້​ຝຶກ​ອົບຮົມ​ດ້ານຄວາມ​ຮູ້ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ມະນຸດ​ສະ​ທຳ, ​ໄປ​ທັດສະນະ​ສຶກສາ​ບັນດາ​​ແບບຢ່າງ​ຢູ່ 4 ​ແຂວງ​ຄື: ຕວຽນ​ກວາງ, ຫວີງ​ຟູກ, ​ແທງ​ຮ່ວາ ​ແລະ ກວາງ​ນິງ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ອັດ, ທ່ານ ຫງວຽນກວກເຢີ​ນ, ກຳມະການ​ຜູ້​ປະຈຳການ​ສູນ​ກາງ​ສະພາ​ກາ​ແດງ ຫວຽດນາມ, ຜູ້ອຳນວຍ​ການ​ສູນບຳລຸງ​ສ້າງ​ພະນັກງານ​ສູນ​ກາງ​ສະພາ​ກາ​ແດງ ຕີ​ລາຄາ​ສູງ​ນ້ຳ​ໃຈ​ຮຳ່ຮຽນ​ຂອງ​ບັນດາ​ພະນັກງານ​ກາ​ແດງ​ລາວ​ທີ່​ເຂົ້າ​ຮ່ວມ​ຊຸດ​ຮຽນວ່າ:

    “ນັກ​ສຳ​ມະ​ນາກ​ອນ​ເຂົ້າ​ຮ່ວມ​ຊຸດ​ຝຶກ​ອົບຮົມ​ດ້ວຍ​ຈິດ​ໃຈ​ເຄັ່ງຂຶມ, ຍາມ​​ໃດ​ກໍ່ປະຕິບັດ​ບັນດາ​ຂໍ້ກຳນົດ​ຂອງ​ຊຸດ​ຮຽນ​ເປັນ​ຢ່າງ​ດີ, ຕັ້ງໜ້າ, ​ເປັນ​ເຈົ້າ​ການ​ໃນ​ການ​ແບ່ງປັນບົດຮຽນ, ຖາມ - ຕອບ, ຄົ້ນ​ຄ້ວາ ​ເອກະສານ.​.​. ​ໃນ​​ໄລຍະຮຳ່ຮຽນ, ​ແລກປ່ຽນ​ບົດຮຽນ​ຢູ່ ຫວຽດນາມ, ຄະນະ​ໄດ້ສ້າງ​ຄວາມ​ປະ​ທັບ​ໃຈ, ອາລົມ​ຈິດອັນ​ດີງາມ, ຄວາມ​ສາມັກ​ຄີ, ສະໜິດ​ຕິ​ພັນ​ຖານອ້າຍ​ນ້ອງ ຫວຽດນາມ - ລາວ ໃຫ້​ພະນັກງານ, ສະມາຊິກ​ສະພາກາ​ແດງ ​ແລະ ປະຊາຊົນ​ທ້ອງ​ຖີ່​ນບ່ອນ​ທີ່​ຄະນະ​ໄປ​ຢາມ​​.​”

    ທີ່​ພິທີ, ບັນດາ​ນັກ​ສຳ​ມະ​ນາກ​ອນ​ໄດ້​ຮັບ​ໄບ​ຢັ້ງຢືນ​ຂອງ​ຊຸດ​ຝຶກ​ອົບຮົມ. ​ເນື່ອງ​​ໃນ​ໂອກາດ​ນີ້, ​ກໍ່​ໄດ້​​ເຊັນ​ຂໍ້​ຕົກລົງ​ຮ່ວມ​ມື​ກ່ຽວ​ກັບ​ການ​ແລກປ່ຽນຄະນະ, ​ແລກປ່ຽນ​ຂໍ້​ມູນ​ຂ່າວ, ​ການ​ເຄື່ອນ​ໄຫວມະນຸດສະທຳລະຫວ່າງ 10 ແຂວງ​ມີ​ເສັ້ນ​ຊາຍ​ແດນ​ຕິດ​ຈອດ​ກັນ​ລະ​ຫວ່າງ ຫວຽດນາມ - ລາວ.


ຂ່າວ/ບົດ​ອື່ນ