ອິດ​ສະ​ຣາ​ແອັນ ຍົກ​ອອກ​ເງື່ອນ​ໄຂ​ປະ​ນິ​ປະ​ນອມ​ໃໝ່​ໃນ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ຄຳ​ສັ່ງ​ຢຸດ​ຍິງ​ຢູ່​ເຂດ ກາ​ຊາ

(VOVWORLD) - ວົງການເຈົ້າໜ້າທີ່ ອິດສະຣາແອັນ ໃຫ້ຮູ້ວ່າ ປະເທດນີ້ ໄດ້ມີການປະນິປະນອມໃນການເຈລະຈາທີ່ໄດ້ດຳເນີນຢູ່ ອີຢິບ ກ່ຽວກັບຄຳສັ່ງຢຸດຍິງຢູ່ເຂດ ກາຊາ, ຕາມນັ້ນແລ້ວ Tel Aviv ໄດ້ຕົກລົງເຫັນດີອະນຸຍາດໃຫ້ປະຊາຊົນ ປາແລັດສະຕິນ ກັບຄືນເຂດພາກເໜືອເຂດດິນແດນນີ້.
ອິດ​ສະ​ຣາ​ແອັນ ຍົກ​ອອກ​ເງື່ອນ​ໄຂ​ປະ​ນິ​ປະ​ນອມ​ໃໝ່​ໃນ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ຄຳ​ສັ່ງ​ຢຸດ​ຍິງ​ຢູ່​ເຂດ ກາ​ຊາ - ảnh 1ເຂດ ກາຊາ ໃນວັນທີ 8 ເມສາ (ພາບ: THX/TTXVN)

ວັນທີ 10 ເມສາ, ວົງການເຈົ້າໜ້າທີ່ ອິດສະຣາແອັນ ໃຫ້ຮູ້ວ່າ ປະເທດນີ້ ໄດ້ມີການປະນິປະນອມໃນການເຈລະຈາທີ່ໄດ້ດຳເນີນຢູ່ ອີຢິບ ກ່ຽວກັບຄຳສັ່ງຢຸດຍິງຢູ່ເຂດ ກາຊາ, ຕາມນັ້ນແລ້ວ Tel Aviv ໄດ້ຕົກລົງເຫັນດີອະນຸຍາດໃຫ້ປະຊາຊົນ ປາແລັດສະຕິນ ກັບຄືນເຂດພາກເໜືອເຂດດິນແດນນີ້. ສອງເຈົ້າໜ້າທີ່ ອິດສະຣາແອັນ ກຳໄດ້ຂໍ້ມູນກ່ຽວກັບການເຈລະຈາດັ່ງກ່າວຢ່າງຈະແຈ້ງໂດຍຊີ້ແຈ້ງວ່າ ຕາມຄຳສັ່ງຢຸດຍິງໂດຍ ອາເມລິກາ ສະເໜີ, ອິດສະຣາແອັນ ຈະອະນຸຍາດໃຫ້ປະຊາຊົນ ປາແລັດສະຕິນ 150.000 ຄົນ ກັບຄືນພາກເໜືອ ກາຊາ ໂດຍບໍ່ຕ້ອງຜ່ານການກວດກາຄວາມປອດໄພ. ແທນໃຫ້ນັ້ນ, ຝ່າຍ ຮາມາດສ ຈຳເປັນຕ້ອງສະໜອງບັນຊີລາຍຊື່ຕົວປະກັນທີ່ເປັນພະຍາດ, ຜູ້ອາຍຸສູງ ແລະ ຕົວປະກັນທີ່ເປັນເພດຍິງ ເຊິ່ງກຳລັງດັ່ງກ່າວກັກຂັງ ໃຫ້ແກ່ ອິດສະຣາແອັນ.


ຕອບກັບ

ຂ່າວ/ບົດ​ອື່ນ