ອັດເວທີປາໄສເສດຖະກິດໂລກຢູ່Davosປີ2017

ອັດເວທີປາໄສເສດຖະກິດໂລກຢູ່Davosປີ2017 - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ເວ​ທີ​ປ່າ​ໄສ​​ເສດ​ຖະ​ກິດ​ໂລກ

(vovworld)- ​ຮຸ່ງ​ເຊົ້າ​ວັນ​ທີ 21/1 ຕາມ​ເວ​ລາ​ຫວຽດ​ນາມ, ທີ່ກອງ​ປະ​ຊຸມ​ປະ​ຈຳ​ປີ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ​ປີ 2017 ໄດ້​ອັດ​ລົງ​ຢູ່ Davos ປະ​ເທດ ສະ​ວິດ ພາຍ​ຫລັງ​ເຮັດ​ວຽກ​ມາ​ເປັນ​ເວ​ລາ 4 ວັນ ດ້ວຍ​ວາ​ລະ​ປຶກ​ສາ​ຫາ​ລື​ນັບ​ຮ້ອຍໆ​ຄັ້ງ. ໃນ​ມື້​ສຸດ​ທ້າຍ​ຂອງ​ເວ​ທີ​ປາ​ໄສ, ມີ​ຫລາຍ​ຄຳ​ເຫັນ​ໄດ້​ເຕື້ອ​ງ​ເຖິງ​ລັກ​ສະ​ນະ​ປະ​ສິດ​ທິ​ຜົນ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ໃຫມ່ ຢູ່ ອາ​ເມ​ລິ​ກາ. ການ​ນຳ Serbia, Croatia ແລະ ຕວກ​ກີມີ​ຄວາມ​ຫ​ວັງກ່ຽວ​ກັບ​ສາຍ​ພົວ​ພັນ​ອັນ​ດີງາມ​ຕໍ່​ອຳ​ນາດ​ການ​ປົກ​ຄອງ​ໃຫມ່​ຂອງ ອາ​ເມ​ລິ​ກາ . ທ່ານ Andrei Plenkovic, ​ນາ​ຍົກ​ລັດ​ຖະ​ມົນ​ຕີ Croatia ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ອາ​ເມ​ລິກາ ຈະ​ສືບ​ຕໍ່​ແມ່ນ​ປະ​ເທດ​ສຳ​ຄັນ​ໃນ​ທົ່ວ​ໂລກ ແລະ ແມ່ນ​ຄູ່​ຮ່ວມ​ມື​ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ບັນ​ດາ​ການ​ພົວ​ພັນ​ສາ​ກົນ. ສ່ວນ​ຄູ່​ຕຳ​ແຫນ່ງ​ຕວກ​ກີ, ທ່ານ Binali Yildirim ຫວັງ​ວ່າ Ankara  ແລະ ວໍ​ຊິງ​ຕັນ ຈະ​ມີ​ການ​ໂອ​້​ລົມ​ສົນ​ທະ​ນາ​ຫລາຍ​ຄັ້ງ​ຕື່ມ​ອີກ ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ໃນ​ຫລາຍ​ບັນ​ຫາ, ໃນ​ນັ້ນ ມີ​ສະ​ພາບ​ການ​ຢູ່​ຕາ​ເວັນ​ອອກ​ກາງ ແລະ ຫ​ລາຍ​ບັນ​ຫາ​ຮ້ອນ​ເຮັ່ງ​ອື່ນ. ແລະ​ໃນ​ມື້​ສຸດ​ທ້າຍ​ຂອງ​ເວ​ທີ​ປາ​ໄສ​ດັ່ງ​ກ່າວ, ມີ​ຫລາຍ​ບັນ​ຫາ​ຮ້ອນ​ເຮັ່ງ​ອື່ນ​ຖືກ​ຍົກ​ອອກ​ມາ​ປືກ​ສາ​ຫາ​ລື.


ຕອບກັບ

ຂ່າວ/ບົດ​ອື່ນ