ອີຕາລີປາດຖະໜາຢາກເຮັດໃຫ້ການພົວພັນກັບອາຊຽນເລິກເຊິ່ງຍິ່ງຂຶ້ນ

ອີຕາລີປາດຖະໜາຢາກເຮັດໃຫ້ການພົວພັນກັບອາຊຽນເລິກເຊິ່ງຍິ່ງຂຶ້ນ - ảnh 1
ທ່ານ​ເລຂາທິການ​ໃຫຍ່​ອາຊຽນ ​ເລ​ເລືອ​ງ​ມິ​ງ
(ພາບປະກອບ)


(vovworld) – ອີ​ຕາ​ລີ​ປາດ​ຖະໜາ​ຢາກ​​ເຮັດ​ໃຫ້ການ​ພົວພັນ​ກັບ​ອາ​ຊຽນ​ເລິກ​ເຊິ່ງຍິ່ງຂຶ້ນ. ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ປະທານາທິບໍດີ​ອີ​ຕາ​ລີ Sergio Mattarella ທີ່​ການ​ເຮັດ​ວຽກ​ກັບ​ຄະນະ​ເລຂາ​ອາ​ຊຽນ ຢູ່​ນະຄອນຫຼວງ ຈາ​ກາຕາ, ປະ​ເທດ​ອິນ​ໂດ​ເນ​ເຊຍ ​ແລະ ກາ​ນພົບ​ປະ​ກັບ​ທ່ານ​ເລຂາທິການ​ໃຫຍ່​ອາຊຽນ ​ເລ​ເລືອ​ງ​ມິ​ງ, ​ໃນ​ວັນ​ທີ 10/11. ທີ່​ການ​ພົບ​ປະ, ທ່ານ​ປະທານາທິບໍດີ​ Mattarella ສະ​ແດງ​ໃຫ້​​ເຫັນ​ຄຳ​ໝັ້ນ​ສັນຍາ​ຢ່າງ​ແຂງ​ແຮງ​ຂອງ​ອີ​ຕາ​ລີ ​ຕໍ່​ການຮ່ວມ​ມື​ກັບ​ອາ​ຊຽນ ​ໃນ​ບັນດາ​ຂົງ​ເຂດ​ການ​ເມືອງ, ປ້ອງ​ກັນ​ຄວາມ​ສະຫງົບ, ການ​ຄ້າ, ການ​ລົງ​ທຶນ ​ແລະ ​ການເຊື່ອມ​ຕໍ່ກັນ.

      ສ່ວນ​ທ່ານ​ເລ​ຂາ​ທິການ​ໃຫຍ່​ອາ​ຊຽນ ​ເລ​ເລືອ​ງມິ​ງ ​ໄດ້​ຕີ​ລາຄາ​ສູ​ງບົດບາດ​ສຳຄັນ​ຂອງ​ອີ​ຕາ​ລີ ​ໃນ​​ເລື່ອງ​ຊຸກ​ຍູ​້ການ​ເຈລະຈາ​ອາ​ຊຽນ - ອີ​ຢູ, ​ເນັ້ນ​ໜັກ​ເຖິງ​ບັນດາ​ຂໍ້​ຕົກ​ລົງ​ທີ່​ບັນລຸ​ໄດ້​ລະຫວ່າງ​ອີ​ຕາ​ລີ ກັບ​ອາ​ຊຽນ ​ເຊິ່ງ​ໄດ້​ປະກອບສ່ວນ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ 2 ຝ່າຍ​ເລິກ​ເຊິ່ງຍິ່ງ​ຂຶ້ນ, ລວມ​ທັງ​ຄວາ​ມສາມາດ​ສ້າງ​ຕັ້ງ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ອາ​ຊຽນ - ອີ​ຢູ.

ຂ່າວ/ບົດ​ອື່ນ