ອິນເດຍຕີລາຄາສູງການພົວພັນກັບອາຊຽນແລະພາກພື້ນອາຊີຕາເວັນອອກສ່ຽງໃຕ້

(VOVWORLD) -ວັນທີ 20 ພະຈິກ, ທ່ານ  Jaishankar ເລຂາຮັບຜິດຊອບບັນຫາການຕ່າງປະເທດ ອິນເດຍ ຢືນຢັນ: ເລື່ອງເພີ່ມທະວີການສົມທົບລະຫວ່າງ ອິນເດຍ ກັບ ອາຊຽນ ແລະ ພາກພື້ນ ອາຊີຕາເວັນອອກ ໄດ້ຮັບການຍູ້ແຮງ. 

ກ່າວຄຳເຫັນທີ່ເຫດການຫນຶ່ງຢູ່ ນະຄອນຫລວງ New Delhi, ທ່ານ Jaishankar ໃຫ້ຮູ້ວ່າ: ການພົວພັນລະຫວ່າງ ອິນເດຍ ກັບອາຊຽນ ແລະ ອາຊີຕາເວັນອອກ ຕິດພັນຢ່າງແຫນ້ນແຟ້ນກັບສັງກາດປະຕິຮູບ ແລະ ບັນດາປະເທດຢູ່ພາກພື້ນນີ້ແມ່ນບັນດາປັດໄຈປ່ຽນແປງກໍ່ຄືບັນດາຄູ່ຮ່ວມມືກ່ຽວກັບດ້ານການຄ້າ ຫລື ການລົງທຶນ. ທ່ານJaishankar ໃຫ້ຂໍ້ສັງເກດວ່າ: ເລື່ອງຍົກລະດັບນະໂຍບາຍ “ມຸ່ງທິດຕາເວັນອອກ”ໄປຍັງ “ການກະທຳມຸ່ງທິດຕາເວັນອອກ” ໄດ້ສະແດງໃຫ້ເຫັນການປ່ຽນແປງນີ້, ໃນນັ້ນ ລວມມີຂົງເຂດຄວາມໝັ້ນຄົງ ແລະ ຍຸດທະສາດ.

ຕອບກັບ

ຂ່າວ/ບົດ​ອື່ນ