ອີຢູ ຊອກຫາວິທີຮັດແຄບຄວາມບໍ່ລົງລອຍກັນກ່ຽວກັບອະນາຄົດຂອງ ເອີລົບ

ອີຢູ ຊອກຫາວິທີຮັດແຄບຄວາມບໍ່ລົງລອຍກັນກ່ຽວກັບອະນາຄົດຂອງ ເອີລົບ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 10/03, ກອງ​ປະຊຸມ​ສຸດ​ຍອດສະຫະພາບ ​ເອີ​ລົບ (ອີ​ຢູ) ​ໄດ້​ສິ້ນ​ສຸດ​ລົງ​ພາຍ​ຫລັງ​ວາລະ​ປະຊຸມ​ຂອງ 27 ປະ​ເທດ​ສະມາຊິກ, ​ໂດຍບໍ່​ມີ​ການ​ເຂົ້າຮ່ວມ​ຂອງ ອັງກິດ, ​ເພື່ອ​ປຶກສາ​ຫາ​ລື​ກ່ຽວ​ກັບ​ອະນາຄົດ​ຂອງ ​ເອີ​ລົບ. ທີ່​ກອງ​ປະຊຸມ, ບັນດາ​ການ​ນຳ ອີ​ຢູ ​ໄດ້​ຊອກ​ຫາ​ວິທີຫຍັບ​ມໍ່​​​ເຂົ້າກັນ ບົນ​ພື້ນຖານ​ຫຼັກ​ໝັ້ນ​ສະ​ເພາະ, ​ໃນ​ຈຸດໝາຍ​ທີ່ຮຽບຮຽງຖະ​ແຫຼ​ງການ​ຮ່ວມ​ສະບັບໜຶ່ງ ຊຶ່ງ​ຄາດ​ວ່າ ຈະ​ປະກາດ​ໃນ​ວັນ​ທີ 25/03 ​ເນື່ອງ​ໃນ​​ໂອກາດ​ສະ​ເຫຼີ​ມສະຫຼອງ 60 ປີ ​ແຫ່ງ​ວັນ​​ເຊັນ​ສົນທິສັນຍາ​ສ້າງ​ຕັ້ງ​ສະຫະ​ພາບ​ຢູ່ ​ໂຣມ, ອີ​ຕາ​ລີ. ທີ່​ການ​ປະຊຸມ​ຂ່າວ​ສິ້ນ​ສຸດ​ກອງ​ປະຊຸມ, ທ່ານ Jean Claude Juncker ປະທານ​ຄະນະ​ກຳມະການ ​ເອີ​ລົບ ​ໄດ້ສະ​ແດງ​ໃຫ້​ເຫັນວ່າ ບໍ່​ມີ​ເຈດ​ຈຳນົງ​ກໍ່​ຄວາມ​ແບ່ງ​ແຍກ ດ້ວຍບົດ​ລະຄອນ “​ເອີ​ລົບ ຫລາຍ​ຮູບ​ຫລາຍ​ສີ​”. ​ເຖິງ​ຢ່າງ​ໃດ​ກໍ່ຕາມ ບາງ​ປະ​ເທດ​ ເອີ​ລົບຕາ​ເວັນ​ອອກ​ຄື ​ໂບ​ໂລ​ຍ ​ແລະ ຮຸງ​ກາຣີ ມີ​ຄວາມ​ວິຕົກ​ກັງວົນ ຖ້າ​ຫາກ​ເຂົາ​ເຈົ້າບໍ່​ເຂົ້າ​ຮ່ວມ​ໃນ​ບັນດາ​ການ​ພົວພັນ “ຮ່ວມ​ມື​ເພີ່ມ​ທະວີ” ຈະ​ຖືກຢືນ​ຢູ່​ນອກວິວັ​ດການ​ຕັດສິນ​ຂອງ​ກຸ່ມ ​ແລະ ມີ​ໄພ​ອັນ​ຕະລາຍກາຍ​ເປັນ “ປະ​ເທດ​ຊັ້ນ 2” ​ໃນ​ອີ​ຢູ.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ