ອີຢູ ພ້ອມແລ້ວທີ່ຈະເກັບພາສີສໍາລັບສິນຄ້ານໍາເຂົ້າຈາກ ອາເມລິກາ ທີ່ມີມູນຄ່າ 35 ຕື້ ເອີໂຣ

(VOVWORLD) -ອີຢູ ພ້ອມແລ້ວທີ່ຈະຈັດວາງອັດຕາພາສີເພີ່ມເຕີມສໍາລັບປະລິມານສິນຄ້ານໍາເຂົ້າຈາກ ອາເມລິກາ ທີ່ມີມູນຄ່າ 35 ຕື້ ເອີໂຣ ຖ້າຫາກວ່າ ວໍຊີງຕັນ ເພີ່ມອັດຕາພາສີລົດໂອໂຕ ທີ່ນໍາເຂົ້າຈາກ ເອີຣົບ.
ອີຢູ ພ້ອມແລ້ວທີ່ຈະເກັບພາສີສໍາລັບສິນຄ້ານໍາເຂົ້າຈາກ ອາເມລິກາ ທີ່ມີມູນຄ່າ 35 ຕື້ ເອີໂຣ - ảnh 1ທ່ານນາງ Cecilia Malmstrom ກໍາມະການດ້ານການຄ້າ ສະຫະພາບເອີຣົບ (ພາບ: TTXVN) 

ວັນທີ 23 ກໍລະກົດ, ທ່ານນາງ Cecilia Malmstrom ກໍາມະການດ້ານການຄ້າ ສະຫະພາບເອີຣົບ (ອີຢູ) ຢັ້ງຢືນວ່າ ອີຢູ ພ້ອມແລ້ວທີ່ຈະຈັດວາງອັດຕາພາສີເພີ່ມເຕີມສໍາລັບປະລິມານສິນຄ້ານໍາເຂົ້າຈາກ ອາເມລິກາ ທີ່ມີມູນຄ່າ 35 ຕື້ ເອີໂຣ ຖ້າຫາກວ່າ ວໍຊີງຕັນ ເພີ່ມອັດຕາພາສີລົດໂອໂຕ ທີ່ນໍາເຂົ້າຈາກ ເອີຣົບ.

        ຄໍາກ່າວເຕືອນດັ່ງກ່າວຂອງທ່ານນາງ Cecilia Malmstrom ໄດ້ຍົກອອກມາໃນສະພາບທີ່ແຜນການບັນລຸໄດ້ສັນຍາການຄ້າ ຈໍາກັດລະຫວ່າງເອີຣົບ ແລະ ອາເມລິກາ ພວມຕົກເຂົ້າສູ່ສະພາບຈົນຕາແຈ. ທ່ານນາງ Cecilia Malmstrom ຢັ້ງຢືນວ່າ “ຈະບໍ່ຍອມຮັບບໍ່ວ່າການເຄື່ອນໄຫວທາງການຄ້າໃດໆທີ່ຖືກຄຸ້ມຄອງ ແລະ ຈັດວາງໂຄຕາ ຫຼື ຈໍາກັດການສົ່ງອອກແບບສະໝັກໃຈ” ແລະ “ຖ້າຫາກວ່າ ອາເມລິກາ ເພີ່ມອັດຕາພາສີ,  ອີຢູ ຈະມີບັນຊີລາຍຊື່ສິນຄ້າໂຕ້ຕອບ”. ທ່ານນາງ ໃຫ້ຮູ້ວ່າ ໄດ້ກຽມພ້ອມບັນດາມາດຕະການຈັດວາງອັດຕາພາສີ ໂຕ້ຕອບເປັນທີ່ຮຽບຮ້ອຍແລ້ວ ສໍາລັບສິນຄ້າທີ່ມີມູນຄ່າ 35 ຕື້ ເອີໂຣ ເຖິງວ່າຈະບໍ່່ໄດ້ນໍາໃຊ້ມັນ.


ຕອບກັບ

ຂ່າວ/ບົດ​ອື່ນ