ອີ​ຢູ ຢັ້ງ​ຢືນ​ຄືນ​ຄຳ​ໝັ້ນ​ສັນ​ຍາ​ກັບ​ພາກ​ພື້ນ ອາ​ເມ​ລິ​ກາ ກາງ

(VOVWORLD) -      ວັນທີ 4 ພຶດສະພາ, ທ່ານ Josep Borrell ຜູ້ຕາງໜ້າຂັ້ນສູງກ່ຽວກັບນະໂຍບາຍຄວາມໝັ້ນຄົງ ແລະ ພົວພັນຕ່າງປະເທດຂອງ ສະຫະພາບເອີຣົບ (ອີຢູ) ໄດ້ມີການພົບປະກັບລັດຖະມົນຕີການຕ່າງປະເທດບັນດາປະເທດຂຶ້ນກັບ ສະມາຄົມ Caribe (CARICOM) ໃນເຂດພິເສດລະຫວ່າງອົງການນີ້ ແລະ ລະບົບເຊື່ອມໂຍງ ອາເມລິກາ ກາງ (SICA) ຢູ່ Panama.
ອີ​ຢູ ຢັ້ງ​ຢືນ​ຄືນ​ຄຳ​ໝັ້ນ​ສັນ​ຍາ​ກັບ​ພາກ​ພື້ນ ອາ​ເມ​ລິ​ກາ ກາງ - ảnh 1ທ່ານນາງລັດຖະມົນຕີການຕ່າງປະເທດ ປານາມາ  Erika Mouynes (ພາບ:REUTERS/ Erick Marciscano)

ການປຶກສາຫາລືລວມມີຫົວຂໍ້ຕ່າງໆ ເຊິ່ງສອງຝ່າຍລ້ວນແຕ່ມີຄວາມສົນໃຈ, ໃນນັ້ນ ພົ້ນເດັ່ນແມ່ນການປ່ຽນແປງຂອງດິນຟ້າອາກາດ, ໂລກລະບາດໂຄວິດ - 19 ແລະ ຜົນກະທົບຂອງວິກິດການ ຢູແກຼນ ຕໍ່ລາຄາສະບຽງອາຫານ ແລະ ພະລັງງານໃນທົ່ວໂລກ.

        ຖະແຫຼງການຂອງອົງການເຄື່ອນໄຫວການຕ່າງປະເທດ ເອີຣົບ ຊີແຈ້ງວ່າ ທ່ານ Borrell ໄດ້ເນັ້ນໜັກເຖິງສາຍພົວພັນດ້ານປະຫວັດສາດ, ວັດທະນະທຳ ແລະ ເສດຖະກິດຢ່າງແຮງ, ຜົນປະໂຫຍດລວມ ແລະ ບັນດາຄຸນຄ່າລວມລະຫວ່າງ ເອີຣົບ ແລະ ເຂດ Caribe. ແລະ ຢັ້ງຢືນວ່າ ວິກິດການ ຢູແກຼນ ແມ່ນຈຸດເວລາຕັດສິນສຳລັບ ເອີລົບ ແລະ ໂລກ, ເຈົ້າໜ້າທີ່ແຖວໜ້າ ອີຢູ ກ່ຽວກັບຄວາມໝັ້ນຄົງ ແລະ ການພົວພັນຕ່າງປະເທດ ໄດ້ຮຽກຮ້ອງໃຫ້ເຂດ Caribe ແລະ ສະຫະພາບເອີີຣົບ (ອີຢູ) ສາມັກຄີກັນ, ສືບຕໍ່ປົກປ້ອງລັດທິຫຼາຍຝ່າຍ ແລະ ຄວາມເປັນລະບຽບຮຽບຮ້ອຍສາກົນ ອີງໃສ່ກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ