ອີ​ຢູ ສ້າງ​ແຜນ​ການ​ຈັດ​ວາງ​ຄຳ​ສັ່ງຂວ້ຳ​ບາດການ​ນຳ​ເຂົ້າ​ນ້ຳ​ມັນ​ບໍ່​​ຈາກລັດ​ເຊຍ ໃນ​ທ້າຍ​ປີນີ້

(VOVWORLD) - ເຢຍລະມັນ, ໜຶ່ງໃນບັນດາປະເທດຊື້ນຳມັນບໍ່ຂອງລັດເຊຍ ຫຼາຍກ່ວາໝູ່ ໃຫ້ຮູ້ວ່າ, ພ້ອມແລ້ວທີ່ຈະຢຸດຕິການນຳເຂົ້ານ້ຳມັນບໍ່ຈາກລັດເຊຍ ໃນທ້າຍປີ 2022 ນີ້.
ອີ​ຢູ ສ້າງ​ແຜນ​ການ​ຈັດ​ວາງ​ຄຳ​ສັ່ງຂວ້ຳ​ບາດການ​ນຳ​ເຂົ້າ​ນ້ຳ​ມັນ​ບໍ່​​ຈາກລັດ​ເຊຍ ໃນ​ທ້າຍ​ປີນີ້ - ảnh 1

 ລະບົບສາຍສົ່ງອາຍແກດຂອງກຸ່ມບໍລິສັດ Gazprom ຢູ່ລັດເຊຍ (ພາບ: Reuters)

  ບັນດານັກການທູດຂອງ ອີຢູ ໃຫ້ຮູ້ວ່າ, ກຸ່ມນີ້ທີແຜນການຈັດວາງຄຳສັ່ງຂວ້ຳບາດ ສຳລັບການນຳເຂົ້ານ້ຳມັນບໍ່ຈາກລັດເຊຍ ໃນທ້າຍປີນີ້. ຕາມນັ້ນແລ້ວ, ອີຢູ ພວມກະກຽມບ້ວງລົງໂທດທີ 6 ແນໃສ່ ມົດສະກູ, ລວມມີຂົງເຂດນ້ຳມັນບໍ່ຂອງລັດເຊຍ, ບັນດາທະນາຄານລັດເຊຍ ແລະ ເບລາຣຸດ, ກໍ່ຄືຫຼາຍສວ່ນບຸກຄົນ ແລະ ວິສາຫະກິດທີ່ກ່ຽວຂ້ອງຕື່ມອີກ.

  ບັນດານັກການທູດ ອີຢູ ຖືວ່າ, ບາງປະເທດສະມາຊິກສາມາດຢຸດຕິການນຳໃຊ້ນຳມັນບໍ່ນຳເຂົ້າຈາກລັດເຊຍ ຊ້າສຸດແມ່ນໃນທ້າຍປີນີ້. ເຢຍລະມັນ, ໜຶ່ງໃນບັນດາປະເທດຊື້ນຳມັນບໍ່ຂອງລັດເຊຍ ຫຼາຍກ່ວາໝູ່ ໃຫ້ຮູ້ວ່າ, ພ້ອມແລ້ວທີ່ຈະຢຸດຕິການນຳເຂົ້ານ້ຳມັນບໍ່ຈາກລັດເຊຍ ໃນທ້າຍປີ 2022 ນີ້ ແຕ່ບັນດາປະເທດຄື ໂອຕາລິດ, ຮູງກາຣີ, ອີຕາລີ ແລະ ຊໂລວາເກຍ ຍັງມີຄວາມລັງເລໃຈຢູ່.

ຕອບກັບ

ຂ່າວ/ບົດ​ອື່ນ