ອີຢິບ ສືບຕໍ່ຈັດວາງປະເທດສະພາວະສຸກເສີນ

(VOVWORLD) - ວັນທີ 21 ຕຸລາ, ສະພາແຫ່ງຊາດ ອີຢິບ ອີກຄັ້ງໜຶ່ງໄດ້ຕໍ່ກຳນົດເວລາລັດຖະດຳລັດວ່າດ້ວຍສະພາວະສຸກເສີນອອກໄປອີກ 3 ເດືອນ ຊຶ່ງລັດຖະດຳລັດດັ່ງກ່າວ ໄດ້ຈັດວາງນັບແຕ່ເດືອນ ເມສາ 2017. 
ອີຢິບ ສືບຕໍ່ຈັດວາງປະເທດສະພາວະສຸກເສີນ - ảnh 1 ທ່ານປະທານາທິບໍດີ  ອີຢິບ Abdel Fattah Al Sisi  (ພາບ:  AFP/TTXVN )

ລັດຖະດຳລັດສະບັບນີ້ ອະນຸຍາດໃຫ້ບັນດາກຳລັງປ້ອງກັນຄວາມສະຫງົບນຳໃຊ້ບັນດາມາດຕະການຈຳເປັນ ເພື່ອຮັບມືຕໍ່ບັນດາໄພນາບຂູ່ ແລະ ຮັບປະກັນຄວາມເປັນລະບຽບຮຽບຮ້ອຍບໍ່ວ່າຢູ່ສະຖານທີ່ແຫ່ງໃດໃນທົ່ວປະເທດ.

       ລັດຖະດຳລັດວ່າດ້ວຍສະພາວະສຸກເສີນໂດຍທ່ານປະທານາທິບໍດີ Abdel Fattah Al Sisi ຈັດວາງໃນວັນທີ 9 ເມສາ 2017 ແລະ ໄດ້ຮັບການຕໍ່ກຳນົດເວລາເປັນຫລາຍຄັ້ງ, ພາຍຫລັງເຫດວາງລະເບີດແນໃສ່ໂບດສາສະໜາຄິຼດຢູ່ນະຄອນ Tanta ແລະ ນະຄອນ Alexandria ເຮັດໃຫ້ມີ 45 ຄົນເສຍຊີວິດ. ອົງການ “ລັດອິດສະລາມ” (IS) ໄດ້ຍອມຮັບເປັນຜູ້ກໍ່ໃຫ້ເກີດເຫດການກໍ່ການຮ້າຍດັ່ງກ່າວ. ເປົ້າໝາຍ 36 ຄົນທີ່ມີສ່ວນກ່ຽວຂ້ອງເຖິງເຫດບຸກໂຈມຕີດັ່ງກ່າວ ຖືກຕັດສິນລົງໂທດປະຫານຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ