ອີຢິບສ້າງຕັ້ງເຂດປ້ອງກັນລຽບຕາມຊາຍແດນຕິດກັບເຂດກາຊາ

ອີຢິບສ້າງຕັ້ງເຂດປ້ອງກັນລຽບຕາມຊາຍແດນຕິດກັບເຂດກາຊາ - ảnh 1
ກອງ​ທັບ ອີ​ຢິບ ໄດ້​​ເພີ່ມ​ທະ​ວີ​ໃນ​ແຫຼມ Sinai
(ພາບ: maltatoday.com.mt)

(vovworld) – ​ ​​​ວັນ​ທີ 29/10, ອີ​ຢິບ ເລີ່ມ​ສ້າງ​ຕັ້ງ​ເຂດ​ປ້ອງ​ກັນ​ທີ່​ມີ​ຄວາມ​ຍາວ 10 ກມ, ກ້​ວາງ 500 ມ, ລຽບ​ຕາມ​ຊາຍ​ແດນ​ຕິດ​ກັບ​ເຂດ​ກາ​ຊາ ເພື່ອ​ແນ​ໃສ່​ສະ​ກັດ​ກັ້ນ​​ບັນ​ດາ​ທະ​ຫານ​ກະ​ບົດ​ແຊກ​ຊຶມ ແລະ ເຄື່ອນ​ໄຫວ​ຂາຍ​ເ​ຖື່ອນ​ອາ​ວຸດ. ແຜນ​ການນີ້​ໄດ້​ຮັບ​ການ​ປະ​ຕິ​ບັດ​ພາຍຫຼັງ​ເກີດ​ເຫດ​​ວາງ​ລະ​ເບີດ​ສະຫຼະ​ຊີບ​ຢູ່​ເຂດ Sinai ເຮັດ​ໃຫ້​ທະ​ຫານ 30 ຄົນ​ເສຍ​ຊີ​ວິດ​ໃນ​ວັນ​ທີ 24/10. ຕາ​ມ​ວົງ​ການ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຜູ້​ໜຶ່ງ​ຢູ່​ພາກ​ເໜືອ​ແຫຼມ Sinai ແລ້ວ, ເລື່ອງ​ສ້າງ​ຕັ້ງ​ເຂດ​ປ້ອງ​ກັນ​ຕິດ​ກັບ​ເຂດ​ດິນ​ແດນ ປາ​ແລດ​ສະ​ຕີນ “ມີ​ຄວາມ​ໝາຍ​ເປັນ​ຕາຍ​ສຳ​ລັບ​ຄວາມ​ສະ​ຫງົບ ແລະ ຄວາມ​ສະ​ຖຽນ​ລະ​ພາບ​ແຫ່ງ​ຊາດ”. ເພື່ອ​ຜັນ​ຂະ​ຫ​ຍາຍ​ໂຄງ​ການນີ້​ຈະ​ຕ້ອງ​ທຳ​ລາຍ​ເຮືອນ​ຊານ 800 ຫຼັງ​. ບັນ​ດາ​ຕົວ​ພະ​ຍານ​ຢູ່​ເທດ​ສະ​ບານ​ຊາຍ​ແດນ Rafah ນີ້​ໃຫ້​ຮູ້​ວ່າ: ໄດ້​ເຫັນ​ປະ​ຈັກ​ຕາ​ສີບໆ​ຄອບ​ຄົວ​ຕ້ອງ​ຍ້າຍ​ອອກ​ຈາກ​ບ່ອນ​ຢູ່​ອາ​ໄສ​ພ້ອມ​ກັບລົດ​ຂົນ​ສົ່ງເຄື່ອງ​ຂອງຫຼາຍ​ລຳ​ ແລະ ບັນ​ດາ​ລົດດູດ​ດິນໄດ້​ເລີ່ມ​ທຳ​ລາຍ​ເຮືອນ​ຊານ. ກອງ​ທັບ ອີ​ຢີບ ກໍ່​ໄດ້​ມາ​ນະ​ພະ​ຍາ​ຍາມ​ທຳ​ລາຍ​ບັນ​ດາ​ເສັ້ນ​ທາງ​ໃຕ້​ດິນ​ທີ່​ເຊື່ອມ​ຕໍ່​ກັບ​ເຂດ ກາ​ຊາ ຍ້ອນ​ມີ​ຄວາມ​ວິ​ຕົກ​ວັງ​ວົນ​ວ່າ​ບັນ​ດາ​ເສັ້ນ​ທາງ​​ນີ້​ຈະ​ຖືກ​ນຳ​ໃຊ້​ເຂົ້າ​ໃນ​ການ​ຂົນ​ສົ່ງ​ອາ​ວຸດ​ເຖື່ອນ.

ຂ່າວ/ບົດ​ອື່ນ