ອີ​ຣັກ: IS ຍອມ​ຮັບໄດ້ວາງ​ລະ​ເບີດ​ຢູ່​ຊານ​ນະ​ຄອນຫຼວງ Baghdad ເຮັດ​ໃຫ້​ມີຜູ້​ຖືກ​ເສຍ​ຊີ​ວິດ ແລະ ຮັບ​ບາດ​ເຈັບ​ເປັນ​ຈຳ​ນວນຫຼາຍ

(VOVWORLD) -ບັນດາແຫຼ່ງຂ່າວຈາກໂຮງໝໍໃຫ້ຮູ້ວ່າ: ຈຳນວນຜູ້ເສຍຊີວິດອາດຈະເພີ່ມຂຶ້ນອີກ ຍ້ອນວ່າມີຄົນຮັບບາດເຈັບເປັນຈຳນວນຫຼາຍພວມຢູ່ໃນອາການສາຫັດ.
ອີ​ຣັກ: IS ຍອມ​ຮັບໄດ້ວາງ​ລະ​ເບີດ​ຢູ່​ຊານ​ນະ​ຄອນຫຼວງ Baghdad ເຮັດ​ໃຫ້​ມີຜູ້​ຖືກ​ເສຍ​ຊີ​ວິດ ແລະ ຮັບ​ບາດ​ເຈັບ​ເປັນ​ຈຳ​ນວນຫຼາຍ - ảnh 1ບັນດາຮ້ານຄ້າຖືກທຳລາຍພາຍຫຼັງເຫດວາງລະເບີດ (ພາບ: THX/TTXVN)

ຕອນເຊົ້າວັນທີ 20 ກໍລະກົດ, ອົງການ “ລັດອິດສະລາມ” (IS) ອ້າງຊື່ເອງ ໄດ້ຍອມຮັບດຳເນີນການວາງລະເບີດຢູ່ເຂດຕະຫຼາດ Woheilat ຢູ່ນະຄອນ Sadr, ຢູ່ຊານເມືອງທາງທິດຕາເວັນຕົກນະຄອນຫຼວງ Baghdad ຂອງ ອີຣັກ, ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 35 ຄົນ ແລະ ຜູ້ໄດ້ຮັບບາດເຈັບປະມານ 60 ຄົນ. ຕາມຊ່ອງຂ່າວ Nasheer ຂອງ IS, ເປົ້າໝາຍ IS ທີ່ມີຊື່ວ່າ Abu Hamza al-Iraqi ໄດ້ປະຕິບັດເຫດວາງລະເບີດດັ່ງກ່າວຢູ່ຕະຫຼາດ Woheilat. ເຫດການນີ້ເກີດຂຶ້ນເມື່ອຕອນຄ່ຳວັນທີ 19 ກໍລະກົດ, ກ່ອນເວລາດຳເນີນວັນບຸນ Eid al-Adha ຂອງຊາວມຸດສະລິມ.

ທ່ານນາຍົກລັດຖະມົນຕີອີຣັກ Mustafa al-Kadhimi ໄດ້ຮຽກໂຮມການປະຊຸມບັນດາຜູ້ບັນຊາການປ້ອງກັນຄວາມສະຫງົບແຖວໜ້າໂດຍດ່ວນ ເພື່ອປຶກສາຫາລືກ່ຽວກັບເຫດບຸກໂຈມຕີດັ່ງກ່າວ. ບັນດາແຫຼ່ງຂ່າວຈາກໂຮງໝໍໃຫ້ຮູ້ວ່າ: ຈຳນວນຜູ້ເສຍຊີວິດອາດຈະເພີ່ມຂຶ້ນອີກ ຍ້ອນວ່າມີຄົນຮັບບາດເຈັບເປັນຈຳນວນຫຼາຍພວມຢູ່ໃນອາການສາຫັດ.

ຕອບກັບ

ຂ່າວ/ບົດ​ອື່ນ