ອີ​ຣັກ, ອາ​ຣັບ​ບິ ຊາ​ອຸ​ດິ ສະ​ກັດ​ກັ້ນ​ການ​ປະ​ທະ​ກັນ​ແຜ່​ລະ​ບາດ​ເປັນວົງ​ກ້​ວາງ​ຢູ່ ພາກ​ຕ​າ​ເວັນ​ອອກ​ກາງ

(VOVWORLD) - ໃນການເຈລະຈາທາງໂທລະສັບ, ລັດຖະມົນຕີການຕ່າງປະເທດສອງທ່ານ ກໍ່ໄດ້ຕຳໜິຕິຕຽນ ບັນດາເຫດບຸກໂຈມຕີທີ່ເລັ່ງໃສ່ກຳລັງອາເມລິກາ ທີ່ພວມຕັ້ງຖິ່ນຖານ ຢູ່ທາງທິດຕາເວັນອອກສ່ຽງເໜືອ ຈໍແດນ ເຊິ່ງເຮັດໃຫ້ ນາຍທະຫານ ອາເມລິກາ 3 ຄົນ ເສຍຊີວິດ.
ອີ​ຣັກ, ອາ​ຣັບ​ບິ ຊາ​ອຸ​ດິ ສະ​ກັດ​ກັ້ນ​ການ​ປະ​ທະ​ກັນ​ແຜ່​ລະ​ບາດ​ເປັນວົງ​ກ້​ວາງ​ຢູ່ ພາກ​ຕ​າ​ເວັນ​ອອກ​ກາງ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອີຣັກ Fuad Hussein ແລະ ຄູ່ຮ່ວມຕຳແໜ່ງ ອາຣັບບິ ຊາອຸດິ ທ່ານ Faisal bin Farhan Al-Saud (ພາບ: AFP/ TTXVN)

ວັນທີ 1 ກຸມພາ, ທ່ານລັດຖະມົນຕີການຕ່າງປະເທດ ອີຣັກ Fuad Hussein ແລະ ຄູ່ຮ່ວມຕຳແໜ່ງ ອາຣັບບິ ຊາອຸດິ ໄດ້ເຫັນດີເປັນເອກະພາບຮັກສາການຕິດຕໍພົວພັນລະຫວ່າງສອງປະເທດ ເພື່ອແນໃສ່ຮັບປະກັນບໍ່ປະໃຫ້ການປະທະກັນລະຫວ່າງຂະບວນການ ອິດສະລາມ ຮາມາດສ ແລະ ອິດສະລາແອັນ ຢູ່ເຂດ ກາຊາ ແຜ່ລະບາດເປັນວົງກວ້າງ ຢູ່ທົ່ວພາກຕາເວັນອອກກາງ.

ໃນການເຈລະຈາທາງໂທລະສັບ, ລັດຖະມົນຕີການຕ່າງປະເທດສອງທ່ານ ກໍ່ໄດ້ຕຳໜິຕິຕຽນ ບັນດາເຫດບຸກໂຈມຕີທີ່ເລັ່ງໃສ່ກຳລັງອາເມລິກາ ທີ່ພວມຕັ້ງຖິ່ນຖານ ຢູ່ທາງທິດຕາເວັນອອກສ່ຽງເໜືອ ຈໍແດນ ເຊິ່ງເຮັດໃຫ້ ນາຍທະຫານ ອາເມລິກາ 3 ຄົນ ເສຍຊີວິດ.

ວັນທີ 31 ມັງກອນ, ທຳນຽບຂາວຖືວ່າ ກຸ່ມທີ່ມີຊື່ "Islamic Resistance" ຢູ່ອີຣັກ ໄດ້ໜູນຫຼັງເຫດບຸກໂຈມຕີດັ່ງກ່າວ. ທຳນຽບ 5 ແຈ ກໍ່ອັບເດດ ວ່າ ມີຜູ້ຖືກບາດເຈັບ ປະມານ 40 ຄົນ. ທ່ານປະທານາທິບໍດີ ອາເມລິກາ Joe Biden ຖະແຫຼງວ່າ ໄດ້ຕັດສິນໃຈກ່ຽວກັບວິທີການໂຕ້ຕອບເຫດບຸກໂຈມຕີນີ້ ແຕ່ບໍ່ເຜີຍລາຍລະອຽດກ່ຽວກັບຈຸດເວລາ ຫຼື ແຜນການກະທຳໃດໆ.

ຕອບກັບ

ຂ່າວ/ບົດ​ອື່ນ