ອີຣັກຖະແຫຼງປົດປ່ອຍນະຄອນFallujahຢ່າງສົມບູນ

ອີຣັກຖະແຫຼງປົດປ່ອຍນະຄອນFallujahຢ່າງສົມບູນ - ảnh 1
(ພາບ​ປະ​ກອບ: THX/TTXVN)

(vovworld) - ພົນ​ຕີ Abdul Wahab Al Saadi, ຜູ້​ທີ່ບັນ​ຊາບັ້ນ​ຮົບ​ຂອງກອງ​ທັບ​ອີ​ຣັກ ຍາດ​ໄດ້​ສິດ​ຄວ​ບ​ຄຸ້ມ​ນະ​ຄອນ Fallujah ຈາກ​ກຳ​ມື້​ຂອງ​ອົງ​ການກໍ່​ການ​ຮ້າຍ​ລັດ​ອິດ​ສະ​ລາມ (IS) ອ້າງ​ຊື່​ເອງ ໃຫ້​ຮູ້​ວ່າ, ​ນະ​ຄອນນີ້​ໄດ້​ຮັບ​ການ​ປົດ​ປ່ອຍ​ຢ່າງ​ສົມ​ບູນ​ພາຍ​ຫຼັງ​​ທີ່​ຜັນ​ຂະ​ຫຍາຍບັ້ນ​ຮົບ​ເປັນ​ເວ​ລາ 1 ກວ່າເດືອນ. ເມື່ອ​ຕອບ​ສຳ​ພາດ​ຕໍ່​ສື່ມວນ​ຊົນ​ໃນ​ວັນ​ທີ 26/06, ພົນ​ຕີ Abdul Wahab Al Saadi ຢືນ​ຢັນ​ວ່າ, ກອງ​ທັບ​ອີ​ຣັກ ໄດ້​ບຸກ​ເຂົ້າ​ເມືອງ Jolan ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຂອງນະ​ຄອນ, ​ເຊິ່ງ​ແມ່ນເຂດ​ສຸດ​ທ້າຍ​ຂອງ​ນະ​ຄອນ Fallujah ທີ່​ຍັງ​​ຢູ່​ພາຍ​ໃຕ້​ການ​ຄວບ​ຄ​ຸ້ມ​ຂອງ IS. ຕາມ​ແຜນ​ການ​ແລ້ວ, ກອງ​ທັບ​ອີ​ຣັກ ຈະ​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​​ໂດຍ​ໄວເພື່ອ​ປົດ​ປ່ອຍ​ນະ​ຄອນ Mosul, ເຊິ່ງ​​ຖານ​ທີ່​ໝັ້ນ​ໃຫຍ່​ສຸດ​ຂອງ IS ຢູ່​ອ​ີ​ຣັກ.

ຂ່າວ/ບົດ​ອື່ນ