ອີຣານ ກ່າວເຕືອນວ່າ ອາດຈະເຊື່ອມຕໍ່ບັນດາການເຄື່ອນໄຫວນິວເຄຼຍຄືນໃໝ່

(VOVWORLD) - ໃນຖະແຫຼງການຄັ້ງຫຼ້າສຸດທີ່ໄດ້ຍົກອອກມາໃນວັນທີ 23 ພຶດສະພາ, ອົງການພະລັງງານປະລະມານູ ອີຣານ (AEOI) ຖະແຫຼງວ່າ

ເຕເຮຣານ ອາດຈະເຊື່ອມຕໍ່ບັນດາການເຄື່ອນໄຫວນິວເຄຼຍຄືເມື່ອກ່ອນຄືນໃໝ່ ຖ້າຫາກ JCPOA ລົງນາມໃນປີ 2015 ລະຫວ່າງ ອີຣານ ແລະ ກຸ່ມ P5+1 (ລວມມີ: ອັງກິດ, ຝະຣັ່ງ, ອາເມລິກາ, ລັດເຊຍ, ຈີນ ແລະ ເຢຍລະມັນ) ບໍ່ໄດ້ຮັບປະກັນຢ່າງຄົບຖ້ວນ.

        ກ່ຽວຂ້ອງເຖິງບັນຫານິວເຄຼຍ ອີຣານ, ວັນທີ 23 ພຶດສະພາ, ໂຄສົກກະຊວງການຕ່າງປະເທດ ລັດເຊຍ ທ່ານນາງ Maria Zakharova ຊີ້ແຈ້ງວ່າ: ລັດເຊຍ ຍັງບໍ່ທັນມີຍາມໃດ ແລະ ຈະບໍ່ສະໜັບສະໜູນບັນດາຄຳສັ່ງລົງໂທດພຽງລຳພັງຝ່າຍດຽວທີ່ແນໃສ່ລັດອິດສະລາມ ອີຣານ ຍ້ອນວ່າ ສິ່ງດັ່ງກ່າວແມ່ນຜິດກົດໝາຍ, ພ້ອມທັງເນັ້ນໜັກວ່າ ລັດເຊຍ ຕັດສິນໃຈມຸ່ງໄປເຖິງການຮ່ວມມືຫລາຍດ້ານກັບ ອີຣານ.

        ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ຝະຣັ່ງ Jean-Yves Le Drian ກໍ່ກ່າວເຕືອນທ່າທີແຂງກະດ້າງຂອງ ອາເມລິກາ ກັບ ອີຣານ ໄດ້ກໍ່ໃຫ້ເກີດບັນດາຄວາມເຄັ່ງຕຶງຢ່າງຮ້າຍແຮງ, ຊ້ຳບໍ່ໜຳມີໄພເກີດສົງຄາມໃນພາກພື້ນ.


ຕອບກັບ

ຂ່າວ/ບົດ​ອື່ນ