ອີຣານ, ຕວກກີ ເພີ່ມທະວີການຮ່ວມມືສອງຝ່າຍ

(VOVWORLD) - ສ່ວນທ່ານລັດຖະມົນຕີການຕ່າງປະເທດ Fidan ໃຫ້ຮູ້ວ່າ: Ankara ຊົມເຊີຍວິວັດທະນາການຫັນການພົວພັນລະຫວ່າງ ເຕເຮຣານ ແລະ Riyadh ເປັນປົກກະຕິ, ພ້ອມທັງພັນລະນາວ່າ ຕວກກີ, ອີຣານ ແລະ ອາຣັບບິ ຊາອຸດິ ແມ່ນ 3 ປະເທດໃຫຍ່ ແລະ ມີຄວາມຮັບຜິດຊອບໃນພາກພື້ນ

ວັນທີ 3 ກັນຍາ, ທ່ານ Hossein Amir-Abdollahian,ລັດຖະມົນຕີການຕ່າງປະເທດ ອີຣານ ໄດ້ພົບປະກັບຄູ່ຕຳແໜ່ງ ຕວກກີ, ທ່ານ Hakan Fidan, ຢູ່ ເຕເຮຣານ ເພື່ອປຶກສາຫາລືກ່ຽວກັບບັນດາມາດຕະພານເພີ່ມທະວີການຮ່ວມມື ແລະ ປະຕິບັດບັນດາຂໍ້ຕົກລົງສອງຝ່າຍ. ກ່າວຄຳເຫັນທີ່ການປະຊຸມຖະແຫຼງຂ່າວຮ່ວມພາຍຫຼັງການເຈລະຈາກັບຄູ່ຄຳແໜ່ງ Fidan, ທ່ານລັດຖະມົນຕີການຕ່າງປະເທດ Amir-Abdollahian ໃຫ້ຮູ້ວ່າ: ສອງປະເທດໄດ້ວາງເປົ້າໝາຍຍົກວົງເງິນການຄ້າສອງຝ່າຍໃນແຕ່ລະປີຂຶ້ນເປັນ 30 ຕື້ ເອີໂຣ (32,33 ຕື້ໂດລາສະຫະລັດ) ແລະ ພວມຢູ່ໃນວິວັດທະນາການບັນລຸບັນດາເປົ້າໝາຍດັ່ງກ່າວ.

      ສ່ວນທ່ານລັດຖະມົນຕີການຕ່າງປະເທດ Fidan ໃຫ້ຮູ້ວ່າ: Ankara ຊົມເຊີຍວິວັດທະນາການຫັນການພົວພັນລະຫວ່າງ ເຕເຮຣານ ແລະ Riyadh ເປັນປົກກະຕິ, ພ້ອມທັງພັນລະນາວ່າ ຕວກກີ, ອີຣານ ແລະ ອາຣັບບິ ຊາອຸດິ ແມ່ນ 3 ປະເທດໃຫຍ່ ແລະ ມີຄວາມຮັບຜິດຊອບໃນພາກພື້ນ, ດ້ວຍການພົວພັນມິດຕະພາບມີຄວາມສຳຄັນພິເສດໃນຄວາມມານະພະຍາຍາມຮັບປະກັນສະຖຽນລະພາບໃນພາກພື້ນ.

      ແລະກໍ່ຕາມລັດຖະມົນຕີການຕ່າງປະເທດ ຕວກກີ ແລ້ວ, ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບມາດຕະການຮັບປະກັນຄວາມສະຫງົບລຽບຕາມເຂດຊາຍແດນຮ່ວມ, ຕ້ານກໍ່ການຮ້າຍ, ກໍ່ຄືເປີດກ້ວາງການຮ່ວມມືດ້ານການຄ້າ, ເສດຖະກິດ ແລະ ພະລັງງານ.

ຕອບກັບ

ຂ່າວ/ບົດ​ອື່ນ