ອີຣານ ຕຳໜິຕິຕຽນ ອີຢູ ປົກປ້ອງຂໍ້ຕົກລົງນິວເຄຼຍຢ່າງຊັກຊ້າ

(VOVWORLD) - ທ່ານລັດຖະມົນຕີ Zarif ໄດ້ເນັ້ນໜັກວ່າ ບັນດາປະເທດ ເອີລົບ ພວມຊັກຊ້າໃນການປະຕິບັດບັນດາຄຳໝັ້ນສັນຍາໃນຂໍ້ຕົກລົງນິວເຄຼຍ, ມີຊື່ວ່າ “ແຜນການກະທຳລວມຮອບດ້ານ (JCPOA)”.

ອີຣານ ຕຳໜິຕິຕຽນ ອີຢູ ປົກປ້ອງຂໍ້ຕົກລົງນິວເຄຼຍຢ່າງຊັກຊ້າ - ảnh 1

ທ່ານ Mohammad Javad Zarif, ລັດຖະມົນຕີກະຊວງການຕ່າງປະເທດ ອີຣານ 

(ພາບ:AFP/TTXVN)

ວັນທີ 24 ທັນວາ, ທ່ານ Mohammad Javad Zarif, ລັດຖະມົນຕີກະຊວງການຕ່າງປະເທດ ອີຣານ ໄດ້ຕຳໜິຕິຕຽນສະຫະພາບເອີລົບ (EU) “ມີການກະທຳທີ່ຊັກຊ້າ” ໃນການຟື້ນຟູຂໍ້ຕົກລົງນິວເຄຼຍທີ່ໄດ້ລົງນາມໃນປີ 2015 ລະຫວ່າງອີຣານ ແລະ ກຸ່ມ P5+1 (ເຊິ່ງລວມມີ: ອັງກິດ, ຝລັ່ງ, ອາເມລິກາ, ລັດເຊຍ, ຈີນ ແລະ ເຢຍລະມັນ). ທ່ານລັດຖະມົນຕີ Zarif ໄດ້ເນັ້ນໜັກວ່າ ບັນດາປະເທດ ເອີລົບ ພວມຊັກຊ້າໃນການປະຕິບັດບັນດາຄຳໝັ້ນສັນຍາໃນຂໍ້ຕົກລົງນິວເຄຼຍ, ມີຊື່ວ່າ “ແຜນການກະທຳລວມຮອບດ້ານ (JCPOA)”. ທ່ານຖະແຫຼງວ່າ ເຕເຮຣານ ບໍ່ລໍຄອຍ ເອີລົບ ເວັ້ນເສຍແຕ່ ອີຢູ ຜັນຂະຫຍາຍບັນດາມາດຕະການລະອຽດ. ນອກຈາກນັ້ນ, ທ່ານກໍ່ເນັ້ນໜັກວ່າ ອີຣານ ມີການເລືອກເຟັ້ນຫຼາຍຢ່າງເພື່ອຮັບມືກັບເລື່ອງ ອາເມລິກາ ຖອນຕົວອອກຈາກ JCPOA ແລະ ຈະພິຈາລະນາບັນດາການເລືອກເຟັັ້ນນີ້ໂດຍອີງໃສ່ຜົນປະໂຫຍດຂອງປະເທດຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ