ອີຣານ ຢືນຢັນຮັກສາການຜະລິດ ແລະ ສົ່ງອອກຢູລານຽມ

(VOVWORLD) - ວັນທີ 28 ພຶດສະພາ, ອົງການພະລັງງານປະລະມານູ ອີຣານ (AEOI) ໃຫ້ຮູ້ວ່າ: ຈະສືບຕໍ່ຜະລິດຢູລານຽມ ແລະ ສົ່ງອອກປະລິມານທີ່ເຫຼືອເກີນໃຫ້ຕ່າງປະເທດ. ໂຄສົກ AEOI, ທ່ານ Behrouz Kamalvandi ຊີ້ແຈ້ງວ່າ:

“ພວກຂ້າພະເຈົ້າໄດ້ຂາຍສ່ວນຢູລານຽມທີ່ເຫຼືອເກີນນັ້ນ. ພວກຂ້າພະເຈົ້າມີບັນດາລູກຄ້າທີ່ເໝາະສົມ”, ພ້ອມທັງຕຳໜິຕິຕຽນເລື່ອງ ວໍຊິງຕັນ ຊອກຫາວິທີສະກັດກັ້ນບັນດາປະເທດຊື້-ຂາຍຢູລານຽມຂອງ ເຕເຮຣານ. ຕາມຂໍ້ຕົກລົງນິວເຄຼຍ ຊຶ່ງລົງນາມເມື່ອປີ 2015, ອີຣານ ພຽງແຕ່ໄດ້ຮັກສາຢູລານຽມ130 ໂຕນເທົ່ານັ້ນ ແລະ ຕ້ອງຂາຍສ່ວນທີ່ເຫຼືອເກີນນັ້ນ ໃຫ້ບັນດາປະເທດອື່ນໆ. ທ່ານ Kamalvandi ເນັ້ນໜັກວ່າ ຕະຫລາດຢູລານຽມໂລກ ທີ່ມີຄວາມສຳຄັນທີ່ສຸດຕໍ່ ອີຣານ ໂດຍບໍ່ວ່າຂໍ້ຕົກລົງນິວເຄຼຍຍັງຄົງຄ້າງຫຼືບໍ.

ຕອບກັບ

ຂ່າວ/ບົດ​ອື່ນ