ອີຣານ ແລະ ກຸ່ມ P5+1 ເຫັນດີສືບຕໍ່ການເຈລະຈາໃນເດືອນໜ້າ

ອີຣານ ແລະ ກຸ່ມ P5+1 ເຫັນດີສືບຕໍ່ການເຈລະຈາໃນເດືອນໜ້າ - ảnh 1
(ພາບປະກອບ)

(vovworld) - ອີຣານ ​ແລະ ກຸ່ມ P5+1 (​ເຊິ່ງລວມມີ 5 ປະ​ເທດ​ປະຈຳ​ສະພາ​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ​ແມ່ນ: ​ອາ​ເມ​ລິ​ກາ, ລັດ​ເຊຍ, ຈີນ, ອັງກິດ, ຝຣັ່ງ ​ແລະ ​ເຢຍລະ​ມັນ) ຈະສືບ​ຕໍ່​ຮອບ​ເຈລະຈາ​​ເຈົ້າ​ໜ້າທີ່ຂັ້ນ​ສູງ​ທີ່ຄັ້ງ​ທີ 3 ​​ໃນ​ລະຫວ່າງ​ວັນ​ທີ 07 – 09/04 ຢູ່​ນະຄອນຫຼວງ ວຽນ, ປະ​ເທດ​ອົດຕາ​ລິດ. ທ່ານນາງ Catherine Ashton ຜູ້​ຮັບຜິດຊອບ​ບັນຫາ​ພົວພັນ​ກັບ​ຕ່າງປະ​ເທດ​ຂອງ​ອີ​ຢູ ​ແລະ ນະ​ໂຍບາຍປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ທ່ານ Javad Zarif ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີຣານ ຢືນຢັນ​ສິ່ງ​ດັ່ງກ່າວ​ໃນ​ຖະ​ແຫຼງການຮ່ວມ ເຊິ່ງ​ໄດ້​ຍົກ​ອອກ​ມາ​ເມື່ອ​ໃນ​ວັນ​ທີ 19/03. ຖະ​ແຫຼ​ງການ​ຊີ້​ແຈ້ງວ່າ ອີຣານ ​ແລະ ກຸ່ມ P5+1 ຈະ​ພົບ​ປະກັນ​ໃນ​ລະຫວ່າງ​ວັນ​ທີ 07 – 09/04 ຢູ່​ວຽນ ​ແລະ ສືບ​ຕໍ່​ຊອກ​ຫາ​ຂໍ້​ຕົກລົງ​ຮອບດ້ານ​ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍ ຂອງ​ອີຣານ. ທັງ​ທ່ານ​ນາງ Catherine Ashton ແລະ ທ່ານ Javad Zarif ລ້ວນ​ແຕ່​ຖື​ການ​ເຈລະຈາ​ຢູ່​ວຽນ ຄັ້ງ​ນີ້ “​ແມ່ນ​ແທດ​ຈິງ ​ແລະ ມີປະ​ໂຫຍ​ດ” ຍ້ອນ​ບັນດາ​ຝ່າຍທີ່​ເຂົ້າ​ຮ່ວມ​​​ໄດ້​ທາ​ບທາມ​ຫຼາຍບັນຫາ, ພິ​ເສດ​ແມ່ນ​ບັນດາ​ເສີມ​ທາດ urani, ​ເຕົາ​ປະຕິ​ກອນ​ Arak, ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຜະລິດ​ປະລະມານູ​ດ້ວຍ​ຈຸດໝາຍ​ສັນຕິພາບ ​ແລະ  ຜ່ອນຄາຍບັນດາ​ມາດ​ຕະການ​ລົງ​ໂທດ​ສຳລັບ ເຕ​ເຣຣານ

ຂ່າວ/ບົດ​ອື່ນ