ອີ​ຣານ ແລະ ລັດ​ເຊຍ ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​​ໃນ​ເບື້ອງ​ຕົ້ນວ່າ​ດ້ວຍ​ການ​ຮ່ວມ​ມື​ທາງ​ດ້ານ​ພະ​ລັງ​ງານ

(VOVWORLD) -ວັນທີ 19 ກໍລະກົດ, ບໍລິສັດນ້ຳມັນອາຍແກັດແຫ່ງຊາດ ອີຣານ (NIOC) ແລະ ກຸ່ມບໍລິສັດເຊື້ອເພີງ Gazprom ຂອງ ລັດເຊຍ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືທາງດ້ານພະລັງງານ ທີ່ມີມູນຄ່າ 40 ຕື້ USD.  
ອີ​ຣານ ແລະ ລັດ​ເຊຍ ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​​ໃນ​ເບື້ອງ​ຕົ້ນວ່າ​ດ້ວຍ​ການ​ຮ່ວມ​ມື​ທາງ​ດ້ານ​ພະ​ລັງ​ງານ - ảnh 1ບໍ່ຂຸດຄົ້ນນ້ຳມັນຢູ່ ເກາະ Khark, ອີຣານ (ພາບ: AFP/TTXVN)

ວັນທີ 19 ກໍລະກົດ, ບໍລິສັດນ້ຳມັນອາຍແກັດແຫ່ງຊາດ ອີຣານ (NIOC) ແລະ ກຸ່ມບໍລິສັດເຊື້ອເພີງ Gazprom ຂອງ ລັດເຊຍ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືທາງດ້ານພະລັງງານ ທີ່ມີມູນຄ່າ 40 ຕື້ USD.  ຂໍ້ຕົກລົງສະບັບນີ້, ຜູ້ອຳນວຍການຝ່າຍບໍລິຫານ (CEO) ຂອງ 2 ບໍລິສັດ ໄດ້ລົງນາມກົງກັບວັນທີ່ທ່ານປະທານາທິບໍດີ ລັດເຊຍ Vladimir Putin ເດີນທາງໄປ ເຕເຮຣານ ເພື່ອພົບປະສົນທະນາກັບຄູ່ຮ່ວມຕຳແໜ່ງ ອີຣານ ແລະ ຕວັກກີ.

ຕາມຂໍ້ຕົກລົງສະບັບດັ່ງກ່າວແລ້ວ, Gazprom ຈະຊ່ວຍ NIOC ພັດທະນາບັນດາບໍ່ອາຍແກັດຢູ່ Kish ແລະ North Pars ແລະ ນ້ຳມັນບໍ່ 6 ແຫ່ງ. Gazprom ກໍຈະເຂົ້າຮ່ວມບັນດາໂຄງການນ້ຳມັນອາຍແກັດແຫຼວ (LNG) ແລະ ສ້າງທໍ່ສົ່ງນ້ຳມັນອາຍແກັດ ໄປໃຫ້ ອີຣານ.

ປັດຈຸບັນນີ້, ອີຣານ ແມ່ນປະເທດສະສົມນ້ຳມັນອາຍແກັດທຳມະຊາດໃຫຍ່ອັນດັບທີສອງໃນໂລກ, ຖັດຈາກ ລັດເຊຍ, ແຕ່ບັນດາຄຳສັ່ງລົງໂທດຂອງ ອາເມລິກາ ໄດ້ກີດຂວາງປະເທດນີ້ເຂົ້າເຖິງເຕັກໂນໂລຢີ ແລະ ເຮັດໃຫ້ການພັດທະນາໃນຂົງເຂດສົ່ງອອກນ້ຳມັນອາຍແກັດຊັກຊ້າລົງ.


ຕອບກັບ

ຂ່າວ/ບົດ​ອື່ນ