ອີຣານປະຕິເສດເຈລະຈາກັບອາເມລິກາ

(VOVWORLD) -ວັນທີ 20 ມິຖຸນາ, ສື່ມວນຊົນຕາເວັນອອກກາງ ໄດ້ຄັດຄຳຖະແຫຼງຂອງຜູ້ຕາງໜ້າລັດຖະບານອີຣານ, ທ່ານ Mohammad Bagher Nobakht, ຢືນຢັນວ່າ
ອີຣານປະຕິເສດເຈລະຈາກັບອາເມລິກາ - ảnh 1(ພາບປະກອບ: AP)

ເຕເຮຣານ ຈະບໍ່ດຳເນີນການເຈລະຈາກັບທ່ານປະທານາທິບໍດີອາເມລິກາ Donald Trump ພາຍຫຼັງທີ່ເຈົ້າຂອງທຳນຽບຂາວ ຕົກລົງຖອນຕົວອອກຂໍ້ຕົກລົງນິວເຄຼຍ ເຊິ່ງອີຣານ ລົງນາມກັບກຸ່ມ P5+1 (ເຊິ່ງລວມມີ: ອາເມລິກາ, ອັງກິດ, ລັດເຊຍ, ຝລັ່ງ, ຈີນ ແລະ ເຢຍລະມັນ) ເມື່ອປີ 2015,  ຫຼື ຍັງເອີ້ນວ່າແຜນການກະທຳລວມຮອບດ້ານ (JCPOA). ທ່ານ Nobakht ກໍ່ໃສ່ໃຈວ່າ JCPOA ໄດ້ສ້າງສຳເລັດໂດຍອີງໃສ່ພື້ນຖານຂອງບັນດາການເຈລະຈາ ແລະ ຝ່າຍໃດລະເມີດບັນດາພັນທະທີ່ກ່ຽວຂ້ອງເຖິງການເຈລະຈາ, ແມ່ນຝ່າຍນັ້ນບໍ່ເປັນໜ້າເຊື່ອໝັ້ນ

      ໃນຂະນະນັ້ນ, ບັນດາອົງການນິຕິບັນຍັດ, ບໍລິຫານ, ຕຸລາການ ຂຶ້ນກັບລັດຖະບານອີຣານ ໄດ້ສະເໜີເລື່ອງສ້າງຕັ້ງອົງການໜຶ່ງເພື່ອ “ຮັບມືກັບສົງຄາມດ້ານຈິດຕະສາດ ແລະ ການເຄື່ອນໄຫວໂຄສະນາຂອງອາເມລິກາ”.

ຕອບກັບ

ຂ່າວ/ບົດ​ອື່ນ