ອີ​ຣານ​ເຊື້ອ​ເຊີນ​ການ​ນຳ IAEA ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​​ລະ​ມາ​ນູ​ສາ​ກົນ

(VOVWORLD) - ທ່ານ Mohammad Eslami ປະທານ AEOI ຢັ້ງຢືນວ່າ ການຢ້ຽມຢາມໃນເດືອນມີນາ ທ່ານຍາກທີ່ຈະດຳເນີນໄດ້ ຍ້ອນສາຍເຫດທີ່ວ່າ “ມີວຽກເຕັມໃນຕາຕະລາງເຮັດວຽກ”.
ອີ​ຣານ​ເຊື້ອ​ເຊີນ​ການ​ນຳ IAEA ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​​ລະ​ມາ​ນູ​ສາ​ກົນ - ảnh 1ທ່ານ Mohammad Eslami ປະທານອົງການພະລັງງານປະລະມານູ ອີຣານ (AEOI) (ພາບ: IRNA/TTXVN)

ວັນທີ 21 ກຸມພາ, ທ່ານ Mohammad Eslami ປະທານອົງການພະລັງງານປະລະມານູ ອີຣານ (AEOI) ໄດ້ປະຕິເສດ ຄວາມອາດສາມາດທີ່ທ່ານ Rafael Grossi ຜູ້ອຳນວຍການອົງການພະລັງງານ ປະລາມານູ ສາກົນ  ຈະມາຢ້ຽມຢາມປະເທດນີ້ ໃນເດືອນມີນາ ຈະມາເຖິງ ແທນທີ່ນັ້ນ ຈະເຊື້ອເຊີນ ທ່ານ Grossi ເຂົ້າຮ່ວມກອງປະຊຸມພະລັງງານປະລະມານູສາກົນ ຄັ້ງທຳອິດຂອງ ອີຣານ ຢູ່ ເຕເຮຣານ ໃນເດືອນພຶດສະພາ ຈະມາເຖິງ. ກ່ອນໜ້ານັ້ນ, ທ່ານ Rafael Grossi ໃຫ້ຮູ້ວ່າ ທ່ານໄດ້ຂຶ້ນແຜນການມາຢ້ຽມຢາມ ເຕເຮຣານ ໃນເດືອນ ມີນາ ເພື່ອແກ້ໄຂບັນຫາລະຫວ່າງ IAEA ແລະ ອີຣານ. ເຖິງຢ່າງໃດກໍຕາມ, ໃນຖະແຫຼງການຄັ້ງຫຼ້າສຸດ, ທ່ານ Mohammad Eslami ປະທານ AEOI ຢັ້ງຢືນວ່າ ການຢ້ຽມຢາມໃນເດືອນມີນາ ທ່ານຍາກທີ່ຈະດຳເນີນໄດ້ ຍ້ອນສາຍເຫດທີ່ວ່າ “ມີວຽກເຕັມໃນຕາຕະລາງເຮັດວຽກ”. ທ່ານ Eslami ຊີ້ແຈ້ງວ່າ ອີຣານ ຍັງຮັກສາການແລກປ່ຽນພົວພັນກັບ IAEA ເປັນປົກກະຕິ ແລະ ສອງຝ່າຍຍັງດຳເນີນການປຶກສາຫາລືຕ່າງໆ ເພື່ອແກ້ໄຂບັນດາບັນຫາຍັງບໍ່ທັນຈະແຈ້ງ ແລະ ພັດທະນາຮ່ວມມື.

ຕອບກັບ

ຂ່າວ/ບົດ​ອື່ນ