ອີຣານເລີ່ມຕົ້ນສົ່ງອອກນ້ຳມັນດິບໄປຍັງເອີລົບ

ອີຣານເລີ່ມຕົ້ນສົ່ງອອກນ້ຳມັນດິບໄປຍັງເອີລົບ - ảnh 1
(ພາບປະກອບ)

(vovworld) - ​ ​ ວັນ​ທີ 14/02 ນ້ຳມັນ​ດິບ 4 ລ້ານ​ຖັງ​ຂອງ ອີຣານ ຈະ​ຖືກ​ສົ່ງໄປ ​ເອີ​ລົບ ​ແລະ ນີ້​ຈະ​ແມ່ນສິນຄ້າ​ຖ້ຽວທຳ​ອິດ ຊຶ່ງ Tehran ສົ່ງ​​ໄປ​ຍັງ ​ເອີ​ລົບ ນັບ​ແຕ່​ເມື່ອ​ບັນດາຄຳ​ສັ່ງ​ລົງ​ໂທດ​ໃສ່​ປະ​ເທດ​ນີ້ ​ຖືກຍົກ​ເລີກ ​ເມື່ອ​ຂໍ້​ຕົກລົງ​ນິວ​ເຄຼຍມີ​ຜົນ​ສັກສິດ​​ໃນ​ກາງ​ເດືອນ 1 ຜ່ານ​ມາ. ວັນ​ທີ 13/02, ສຳນັກ​ຂ່າວ​ສານ Shana ຂອງ ອີຣານ ​ໄດ້ຄັດຄຳ​ເວົ້າ​ຂອງ​ທ່ານ Rokneddin Javadi ຜູ​້ອຳນວຍ​ການ​ບໍລິສັດ​ນ້ຳມັນ​ອາຍ​​ແກັ​ສ ​ໃຫ້​ຮູ້ວ່າ: ນ້ຳ​ມັນ​ຈຳນວນ​ດັ່ງ​ກາວ ​ໄດ້​ຂາຍ​ໃຫ້​ບັນດາ​ຄູ່​ຮ່ວມ​ມື​ຢູ່ 3 ປະ​ເທດ​ແມ່ນ ຝະລັ່ງ, ລັດ​ເຊຍ ​ແລະ ​ແອັດ​ສະ​ປາຍ, ​ໃນ​ນັ້ນ ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກັ​ສ Total ຂອງ ຝະລັ່ງ​ ຊື້ 2 ລ້ານຖັງ. ນີ້​ແມ່ນ​ສິນຄ້າ​ສົ່ງ​ອອກນ້ຳ​ມັນ​ດິບຖ້ຽວທຳ​ອິດຂອງ ອີຣານ ​ໄປ​ຍັງ ​ເອີ​ລົບ ນັບ​ແຕ່​ເມື່ອ​ຂໍ້​ຕົກລົງ​ນິວ​ເຄຼຍລະຫວ່າງ​ປະ​ເທດ​ນີ້ ​ແລະ ກຸ່ມ P5+1 (ລວມມີ: ລັດ​ເຊຍ, ອາ​ເມ​ລິ​ກາ, ຝະລັ່ງ, ອັງກິດ, ຈີນ ​ແລະ ​ເຢຍລະ​ມັນ) ທີ່​ມີຊື່ວ່າ “​ແຜນ​ການ​ດຳ​ເນີນ​ງານ​ຮອບດ້ານ​ລວມ” ​ມີ​ຜົນ​ສັກສິດ​ຢ່າ​ງ​ເປັນ​ທາງ​ການ​ໃນ​ວັນ​ທີ 16/01 ຜ່ານ​ມາ.

 

ຂ່າວ/ບົດ​ອື່ນ