ອີຣານແລະກຸ່ມP5+1ຍັງບໍ່ລົງລອຍກັນກ່ຽວກັບບັນດາບັນຫາສຳຄັນ

ອີຣານແລະກຸ່ມP5+1ຍັງບໍ່ລົງລອຍກັນກ່ຽວກັບບັນດາບັນຫາສຳຄັນ - ảnh 1
ລັດຖະມົນຕີການຕ່າງປະເທດ ອີຣານ Mohammad Javad Zarif ແລະ ທ່ານນາງຂະຫຼວງໃຫຍ່ຮັບຜິດຊອບນະໂຍບາຍຄວາມສະຫງົບ - ການຕ່າງປະເທດ ອີຢູ Catherine Ashton
(ພາບ: ສຳນັກຂ່າວສານ ຊິນຮວາ/TTXVN)

(vovworld) – ວັນ​ທີ 20/6, ອີຣານ ​ແລະ ກຸ່ມ P5+1 (​ເຊິ່ງລວມມີ​ 5 ປະ​ເທ​ດກຳມະການ​ປະຈຳ ສະພາ​ຄວາມ​ໝັ້ນຄົງ ສ​ປຊ ​ແລະ ​ເຢຍລະ​ມັນ) ​ໄດ້​ສິ້ນ​ສຸດ​ຮອບ​ເຈລະຈາ​ທີ 5 ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍທີ່​ກໍ່​ຄວາມ​ຖົກ​ຖຽງ​ກັນ​ຂອງ ອີຣານ, ​ແຕ່​ບັນດາ​ຝ່າຍ​ຍັງ​ບໍ່​ທັນ​ຊອກ​ຫາ​ສຽງ​ເວົ້າ​ລວມກ່ຽວ​ກັບ​ບັນ​ດາ​ບັນຫາ​ສຳຄັນ​ໄດ້​ເທື່ອ. ກ່າວ​ຄຳ​ເຫັນ​ພາຍຫຼັງ​ການ​ເຈລະຈາ​ເປັນ​ເວລາ 5 ວັນ ຢູ່​ວຽນ, ປະ​ເທດ ​ໂອດຕຣິດ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອີຣານ Mohammed Javad Zadif ຖື​ວ່າ: ຂໍ້​ຕົກລົງ​ໃນ​ເບື້ອງ​ຕົ້ນ​ມີ​ຫຼາຍ​ບັນ​ຫາ​ບໍ່ສົມ​ເຫດ​ສົມ​ຜົນສຳລັບ ອີຣານ, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ: ​ເຕ​ເຮຣານ ຈະ​ບໍ່​ຍອມຮັບ​ບັນດາ​ຄຳ​ຮຽກຮ້ອງ​ເກີນຂອບ​ເຂດ​ຂອງ​ຝ່າຍ​ຕາ​ເວັນ​ຕົກ. ທີ່​ການ​ເຈລະຈາ, ບັນດາ​ປະ​ເທດ P5+1 ຮຽກຮ້ອງ​ໃຫ້​ຫລຸດຜ່ອນ​ຈຳ​ນວນ​ຈັກ​ພົ້ນ​ສູນ​ເພື່ອ​ຮັບປະກັນ​ວ່າ: ​ເຕ​ເຮຣານ ບໍ່​ສາມາດ​ຜະລິດ​ເຊື້ອ​​ໄຟ​ເພື່ອ​ຜະລິດ​ລະ​ເບີດ​ນິວ​ເຄຼຍ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ອີຣານ ຖື​ວ່າ, ປະ​ເທດ​ນີ້​ຕ້ອງການ​ຈັກ​ພົ້ນ​ສູນ​ຫຼາຍ​ກ່ວາ​ອີກ​ເພື່ອ​ຜະ​ລິດ Urani ສະໜອງ​ໃຫ້​ບັນດາ​ໂຮງງານ​ໄຟຟ້າ ນິວ​ເຄຼຍ. ນອກຈາກ​ນັ້ນ, ທ່ານ Zadif ກໍ່​ຢືນຢັນ​ວ່າ: ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດ​ຝ່າຍ​ຕ​າ​ເວັນ​ຕົກ​ຕ້ອງ​ລົບ​ລ້າງ​ບັນດາ​ມາດ​ຕະການລົງ​ໂທ​ດ ອີຣານ ຖ້າ​ຫາກ​ຢາກ​ຊອກ​ຫາ​ມາດ​ຕະການ​ຮອບດ້ານ​ໃຫ້​ບັນຫາ​ນິວ​ເຄຼຍຂອງ​ປະ​ເທດ​ນີ້.



ຂ່າວ/ບົດ​ອື່ນ