ອະດີດເລຂາທິການໃຫຍ່ ອາຊຽນ ຮຽກຮ້ອງບັນດາປະເທດສະມາຊິກຮ່ວມມືຢ່າງແໜ້ນແຟ້ນກ່ວາອີກ

(VOVWORLD) - ທີ່ພິທີມອບ-ຮັບຕຳແໜ່ງເລຂາທິການໃຫຍ່ ອາຊຽນ ໄດ້ດຳເນີນໃນວັນທີ 05 ມັງກອນ ທີ່ສຳນັກງານຄະນະເລຂາ ອາຊຽນ ຢູ່ນະຄອນຫລວງ ຢາກາຕາ ປະເທດ ອິນໂດເນເຊຍ
ອະດີດເລຂາທິການໃຫຍ່ ອາຊຽນ ຮຽກຮ້ອງບັນດາປະເທດສະມາຊິກຮ່ວມມືຢ່າງແໜ້ນແຟ້ນກ່ວາອີກ - ảnh 1 ທີ່ພິທີ (ພາບ: TTXVN)

ອະດີດເລຂາທິການໃຫຍ່ ເລເລືອງມິງ ໄດ້ມີບົດກ່າວປາໄສສະຫລຸບ 5 ປີ ໃນຖານະຕຳແໜ່ງເປັນເລຂາທິການໃຫຍ່ ອາຊຽນ. ໃນນັ້ນ ເນັ້ນໜັກວ່າ: “ໄລຍະ 5 ປີຜ່ານມາ ມີຄວາມໝາຍສຳຄັນສຳລັບ ອາຊຽນ ເມື່ອສະມາຄົມພວມຢູ່ໃນວິວັດການສ້າງປະຊາຄົມ ແລະ ເຊື່ອມໂຍງ, ພິເສດແມ່ນເລື່ອງສ້າງຕັ້ງປະຊາຄົມ ອາຊຽນ, ແມ່ນເສົາຄ້ຳສຳຄັນ, ແມ່ນພະຍານຫຼັກຖານໃຫ້ຄວາມສາມາດພັດທະນາຂະຫຍັນຂັນເຄື່ອນຂອງ ອາຊຽນ ກໍ່ຄືເຈດຈຳນົງດ້ານການເມືອງ ແລະ ຄຳໝັ້ນສັນຍາຢ່າງໝັ້ນຄົງຂອງທຸກປະເທດສະມາຊິກ ເພື່ອກາຍເປັນອົງກອນສະໜິດຕິດພັນ ແລະ ເປັນໜ້າໄວ້ເນື້ອເຊື່ອໃຈກ່ວາ”. ທ່ານເລເລືອງມິງ ສະແດງຄວາມເບີກບານມ່ວນຊື່ນ ເມື່ອໄດ້ເຫັນປະຈັກຕາ ອາຊຽນ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ, ສ້າງຂີດໝາຍໄລຍະທາງແຫ່ງການພັດທະນາຢ່າງແຮງ; ພ້ອມທັງເນັ້ນໜັກວ່າ ໃນອະນາຄົດ, ອາຊຽນ ຍັງຄົງປະເຊີນໜ້າກັບສິ່ງທ້າທາຍຫລາຍຢ່າງ ຮຽກຮ້ອງແຕ່ລະປະເທດສະມາຊິກ ຄວນມານະພະຍາຍາມຫລາຍກ່ວາອີກ, ຮ່ວມມືກັນຢ່າງແໜ້ນແຟ້ນກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ