ອາຊຽນ ຈັດກອງປະຊຸມປະຈຳປີຄະນະບໍລິຫານງານສະຫະສະມາຄົມພິມຈຳໜ່າຍອາຊີຕາເວັນອອກສ່ຽງໃຕ້

(VOVWORLD) - ກອງປະຊຸມແມ່ນເວທີປາໄສເພື່ອໃຫ້ບັນດາສະມາຊິກຂອງ ABPA ແລກປ່ຽນບົດຮຽນ, ສະເໜີມາດຕະການແກ້ໄຂ ເພື່ອເພີ່ມທະວີການຮ່ວມມືໃນຂົງເຂດພິມຈຳໜ່າຍຢູ່ພາກພື້ນ.
ອາຊຽນ ຈັດກອງປະຊຸມປະຈຳປີຄະນະບໍລິຫານງານສະຫະສະມາຄົມພິມຈຳໜ່າຍອາຊີຕາເວັນອອກສ່ຽງໃຕ້ - ảnh 1(ພາບປະກອບ: TTXVN)

          ສະມາຄົມພິມຈຳໜ່າຍ ຫວຽດນາມ, ດວຍຖານະບົດບາດເປັນປະທານໝູນວຽນ ອາຍຸການ 2022 – 2023 ຈະສົມທົບກັບຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຈັດກອງປະຊຸມຄະນະບໍລິຫານງານສະຫະສະມາຄົມພິມຈຳໜ່າຍ ອາຊີຕາເວັນອອກສ່ຽງໃຕ້ (ASEAN Book Publishers Association - ABPA) ແລະ ບັນດາການເຄື່ອນໄຫວຢູ່ນອກກອງປະຊຸມແຕ່ວັນທີ 14-16 ກັນຍາ.

          ກອງປະຊຸມແມ່ນເວທີປາໄສເພື່ອໃຫ້ບັນດາສະມາຊິກຂອງ ABPA ແລກປ່ຽນບົດຮຽນ, ສະເໜີມາດຕະການແກ້ໄຂ ເພື່ອເພີ່ມທະວີການຮ່ວມມືໃນຂົງເຂດພິມຈຳໜ່າຍຢູ່ພາກພື້ນ. ກອງປະຊຸມໄດ້ຊຸມໃສ່ບັນດາໝວດບັນຫາ, ຄື: ກວດກາຄືນສະພາບການຂອງຂະແໜງພິມຈຳໜ່າຍຂອງບັນດາປະເທດສະມາຊິກ ABPA; ປຶກສາຫາລື, ສະເໜີບັນດາທິດທາງການຮ່ວມມືພາຍໃນກຸ່ມ; ເພີ່ມທະວີການພົວພັນແລກປ່ຽນ, ການແລກປ່ຽນລິຂະສິດລະຫວ່າງບັນດາປະເທດສະມາຊິກ ABPA; ປຶກສາຫາລື, ຕົກລົງວ່າ ປະເທດໃດຈະຮັບດຳລົງຕຳແໜ່ງປະທານໝູນວຽນ ABPA ອາຍຸການ 2024 – 2025.

ຕອບກັບ

ຂ່າວ/ບົດ​ອື່ນ