ອາຊຽນ, ຍີ່​ປຸ່ນ ກ້າວ​ເຂົ້າ​ສູ່​ສັງ​ກາດ​ໃໝ່​ກ່ຽວ​ກັບ​ການ​ຮ່ວມ​ມື​ພັດ​ທະ​ນາ​ແບບ​ຍືນ​ຍົງ

(VOVWORLD) -  ທີ່ການໂອ້ລົມສົນທະນາ, ສອງຝ່າຍໄດ້ເຫັນດີເປັນເອກະພາບສ້າງການພົວພັນຄູ່ຮ່ວມມືໃໝ່ ບົນພື້ນຖານການປ່ຽນແປງໃໝ່ ແລະ ລັກສະນະຍືນຍົງ. 
ອາຊຽນ, ຍີ່​ປຸ່ນ ກ້າວ​ເຂົ້າ​ສູ່​ສັງ​ກາດ​ໃໝ່​ກ່ຽວ​ກັບ​ການ​ຮ່ວມ​ມື​ພັດ​ທະ​ນາ​ແບບ​ຍືນ​ຍົງ - ảnh 1ານ ປ.ອ Kao Kim Hourn ເລຂາທິການໃຫຍ່ ອາຊຽນ  (ພາບ: ອາຊຽນ)

ວັນທີ 2 ສິງຫາ, ການໂອ້ລົມສົນທະນາປະຈຳປີຄັ້ງທີ 15 ລະຫວ່າງທ່ານ ປ.ອ Kao Kim Hourn ເລຂາທິການໃຫຍ່ ອາຊຽນ ແລະ ສະຫະພັນບັນດາຫ້ອງການການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ ປະຈຳ ອາຊຽນ (FJCCIA), ໄດ້ດຳເນີນຢູ່ຄະນະເລຂາ ອາຊຽນ ຢູ່ ຈາກາຕາ, ອິນໂດເນເຊຍ. ທີ່ການໂອ້ລົມສົນທະນາ, ສອງຝ່າຍໄດ້ເຫັນດີເປັນເອກະພາບສ້າງການພົວພັນຄູ່ຮ່ວມມືໃໝ່ ບົນພື້ນຖານການປ່ຽນແປງໃໝ່ ແລະ ລັກສະນະຍືນຍົງ. ທ່ານ Kao ໄດ້ສະແດງຄວາມຊົມເຊີຍຕໍ່ການປະກອບສ່ວນຂອງວິສາຫະກິດ ຍີ່ປຸ່ນ ໃນການຫັນວິໄສທັດຮ່ວມປະດິດຄິດສ້າງ ອາຊຽນ ຍີ່ປຸ່ນ ໃຫ້ປະກົດຜົນເປັນຈິງ, ສົ່ງເສີມການຮ່ວມມືລະຫວ່າງບັນດາຝ່າຍເຂົ້າຮ່ວມພາກເອກະຊົນ ເພື່ອແນໃສ່ປັບປຸງເຄືອຂ່າຍລະບົບສະໜອງ ແລະ ຊຸກຍູ້ການຫັນເປັນດີຈີຕອນ ພ້ອມທັງຮັບປະກັນລັກສະນະ ຍືນຍົງ.

ແລະກໍ່ໃນວັນດຽວກັນ, ບັນດາ ເຈົ້າຄອງນະຄອນ ແລະ ເຂດຕ່າງໆຂອງ ບັນດາ ປະເທດອາຊຽນ ໄດ້ເຊັນຖະແຫຼງການຮ່ວມມື ກ່ຽວກັບການພັດທະນາບັນດານະຄອນແບບຍືນຍົງ, ກວມລວມ, ມີຄວາມສາມາດຮັບມືໃນພາກພື້ນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ