ອາຊຽນ ຍູ້ໄວຄວາມມານະພະຍາຍາມຍົກລະດັບພື້ນຖານເສດຖະກິດດີຈີຕອນ

(VOVWORLD) -ບັນດາປະເທດສະມາຊິກອາຊຽນ ພວມຍູ້ໄວຄວາມມານະພະຍາຍາມຍົກລະດັບພື້ນຖານເສດຖະກິດດີຈີຕອນໃນກຸ່ມ ເພື່ອຜ່ານຜ່າສິ່ງທ້າທາຍດີຈີຕອນ ຍ້ອນໂລກລະບາດໂຄວິດ-19 ນຳມາໃຫ້.

ກອງປະຊຸມສະພາປະຊາຄົມເສດຖະກິດອາຊຽນ (AEC) ຄັ້ງທີ 20 ຈະດຳເນີນໃນວັນທີ 18 ຕຸລາ ແບບທາງໄກ. ໜັງສືພິມ Bangkok Post ສະບັບອອກວັນທີ 15 ຕຸລາ ໄດ້ຄັດສະເໜີຄຳເວົ້າຂອງທ່ານນາງຫົວໜ້າກົມເຈລະຈາການຄ້າ ຂຶ້ນກັບກະຊວງການຄ້າໄທ ອະຣາມອນ ສັບທະວີທຳ ທີ່ວ່າ, ບັນດາປະເທດສະມາຊິກອາຊຽນ ພວມຍູ້ໄວຄວາມມານະພະຍາຍາມຍົກລະດັບພື້ນຖານເສດຖະກິດດີຈີຕອນໃນກຸ່ມ ເພື່ອຜ່ານຜ່າສິ່ງທ້າທາຍດີຈີຕອນ ຍ້ອນໂລກລະບາດໂຄວິດ-19 ນຳມາໃຫ້. AEC ຢາກດຳເນີນກອງປະຊຸມກັບບັນດາລັດຖະມົນຕີຜູ້ຮັບຜິດຊອບຂົງເຂດດີຈີຕອນຂອງອາຊຽນ ເພື່ອແລກປ່ຽນທັດສະນະກ່ຽວກັບເລື່ອງ ສ້າງກຳລັງແຮງສັງລວມໃຫຍ່ຫຼວງກວ່າອີກລະຫວ່າງບັນດາຂົງເຂດ ເພື່ອໃຫ້ພາກພື້ນກະກຽມໃຫ້ແກ່ສັງກະລາດດີຈີຕອນ. ຄາດວ່າ, ກອງປະຊຸມຈະຮັບຮອງເອົາຮ່າງຖະແຫຼງການຮ່ວມວ່າດ້ວຍການເພີ່ມທະວີການຫັນປ່ຽນດີຈີຕອນຢູ່ອາຊຽນ ກ່ອນທີ່ຍືນສະເໜີຕໍ່ການນຳອາຊຽນ ເພື່ອໃຫ້ສັດຕະຍາບັນ ແລະ ປະກາດທີ່ກອງປະຊຸມສຸດຍອດ ອາຊຽນ ໃນທ້າຍເດືອນ ຕຸລາ ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ