ອາຊຽນ ເພີ່ມທະວີ ການຮ່ວມມືດ້ານ ພະລັງງານ ແລະ ເຊື່ອມໂຍງເຂົ້າກັບສາກົນ

ອາຊຽນ ເພີ່ມທະວີ ການຮ່ວມມືດ້ານ ພະລັງງານ ແລະ ເຊື່ອມໂຍງເຂົ້າກັບສາກົນ - ảnh 1
​ກອງ​ປະຊຸມ​ເຈົ້າ​ໜ້າທີ່​ອາ​ຊຽນ
(ພາບ: kpl.net.la)

(vovworld) – ​ກອງ​ປະຊຸມ​ເຈົ້າ​ໜ້າທີ່​ອາ​ຊຽນ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ພະລັງງານ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​ໂດຍ​ລາວ ​ເປັນ​ເຈົ້າພາບ​ຈັດ​ຕັ້ງ ຢູ່​​ແຂວງ ຫຼວງ​ພະ​ບາງ ​​ແຕ່​ວັນ​ທີ 06 – 13/06. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ຜູ້​ແທນ​ທີ່​ມາ​ຈາກ​ບັນດາປະ​ເທດ​ສະມາຊິກ​ອາ​ຊຽນ, ຄະນະ​ເລ​ຂາ​ອາ​ຊຽນ ​ແລະ ບັນດາ​ປະ​ເທດ​ຄູ່​ຮ່ວມມື​​ເຈລະຈາ. ນີ້​ແມ່ນ​ກອງ​ປະຊຸມ​ເພື່ອ​ກະກຽມ​ບັນດາ​ເນື້ອ​ໃນ​ກ້າວ​ໄປ​ເຖິງ​ກອງ​ປະຊຸມ​​ລັດຖະມົນຕີພະລັງງານ​ອາ​ຊຽນ ຄັ້ງ​ທີ 32 ຢູ່​ນະຄອນຫຼວງ​ວຽງ​ຈັນ ​ໃນ​ເດືອນ ກັນຍາ ຈະ​ມາ​ເຖິງ. ​ໃນ​ຊຸມ​ວັນ​ດຳ​ເນີນ​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​, ພ້ອມ​ກັບ​ບັນດາ​ແຜນການ​ເຄື່ອນ​ໄຫວ​ອາ​ຊຽນ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ພະລັງງານ ​ເພື່ອ​ແນ​ໃສ່​ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ພະລັງງານ ​ແລະ ການພັດທະນາ​​ແບ​ບຍື່ນ​ຍົງ​ໃນ​ພາກ​ພື້ນ. ກອງ​ປະຊຸມ​ກໍ່​​ໄດ້​ຍົກ​ໃຫ້​ເຫັນ​ສະພາບ​ຂາດ​ຄວາມ​ສະຫງົບ​ໝັ້ນ​ທຽງ​ໃນບັນດາ​ພື້ນ​ຖານ​ເສດຖະກິດ, ​ເຊິ່ງ​​ໄດ້​ສ້າງ​ການ​ຜັນ​ປ່ຽນ​ບາງ​ຢ່າງ​ໃນຕະຫຼາດ​ພະລັງງານ​ເຊິ່ງບັນດາ​ປະ​ເທດ​ອາ​ຊຽນພວມ​ປະ​ເຊີນ​ໜ້າ.
ຂ່າວ/ບົດ​ອື່ນ