ອາຊຽນ ແລະ ຈີນ ເພີ່ມທະວີການຮ່ວມມືເພື່ອຮັບມືກັບສິ່ງທ້າທາຍ ພາຍຫຼັງໂລກລະບາດໂຄວິດ -19

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ເນັ້ນໜັກວ່າບັນດາປະເທດ ອາຊຽນ ແລະ ຈີນ ຄວນເພີ່ມທະວີການຮ່ວມມືເພື່ອຮັບມືກັບບັນດາສິ່ງທ້າທາຍ, ພ້ອມກັນຊຸກຍູ້ການຟື້ນຟູແບບຍືນຍົງພາຍຫຼັງໂລກລະບາດໂຄວິດ 19
ອາຊຽນ ແລະ ຈີນ ເພີ່ມທະວີການຮ່ວມມືເພື່ອຮັບມືກັບສິ່ງທ້າທາຍ ພາຍຫຼັງໂລກລະບາດໂຄວິດ -19 - ảnh 1ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິງ  ກ່າວຄຳເຫັນທີ່ພິທີໄຂ (ພາບ:TTXVN)

 

ໂດຍໄດ້ຮັບຄຳເຊື້ອເຊີນຂອງລັດຖະບານ ຈີນ, ວັນທີ 16 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີໄຂຕະຫຼາດນັດ ອາຊຽນ - ຈີນ ແລະ ກອງປະຊຸມສຸດຍອດການຄ້າການລົງທຶນ ອາຊຽນ - ຈີນ (CAEXPO ແລະ CABIS) ຄັ້ງທີ 19 ຢູ່ຫນາມໜິງ, ເຂດປົກຄອງດ້ວຍຕົນເອງຊົນເຜົ່າຈວາງ ກວາງສີ, ປະເທດຈີນ ຕາມຮູບແບບອັດວີດີໂອ. ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ເນັ້ນໜັກວ່າບັນດາປະເທດ ອາຊຽນ ແລະ ຈີນ ຄວນເພີ່ມທະວີການຮ່ວມມືເພື່ອຮັບມືກັບບັນດາສິ່ງທ້າທາຍ, ພ້ອມກັນຊຸກຍູ້ການຟື້ນຟູແບບຍືນຍົງພາຍຫຼັງໂລກລະບາດໂຄວິດ 19; ໃນນັ້ນ ຄວນໝູນໃຊ້ບັນດາກາລະໂອກາດຈາກສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ແລະ ສັນຍາການຄ້າເສລີ ອາຊຽນ - ຈີນ (ACFTA), ຊຸກຍູ້ການຄ້າສອງຝ່າຍພັດທະນາດຸ່ນດ່ຽງ, ຍືນຍົງ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ  ສະເໜີໃຫ້ລັດຖະບານ ຈີນ ສ້າງເງື່ອນໄຂນຳເຂົ້າສິນຄ້າ, ຜະລິດຕະພັນກະເສດທີ່ມີຄຸນນະພາບຂອງ ຫວຽດນາມ ກໍ່ຄືຂອງບັນດາປະເທດ ອາຊຽນ ຫຼາຍກ່ວາອີກ; ສົມທົບກັນຮັກສາຄວາມເປັນປົກກະຕິໃນລະບົບການສະໜອງ, ລະບົບການຜະລິດ ແລະ ການເຄື່ອນໄຫວຈໍລະຈອນຜ່ານແດນຂອງສິນຄ້າຢ່າງສະດວກໃນທຸກກໍລະນີ; ຊຸກຍູ້ວິທີການຂົນສົ່ງສິນຄ້າເປັນຫຼາຍຮູບແບບ ທັງທາງບົກ, ທາງລົດໄຟ, ທາງທະເລ, ທາງການບິນ…

ຕອບກັບ

ຂ່າວ/ບົດ​ອື່ນ