ອາຊຽນ ແລະ ຍີ່ປຸ່ນ ແບ່ງປັນກ່ຽວກັບວິທີການປະພຶດຄວາມໝັນຄົງທາງທະເລ

ອາຊຽນ ແລະ ຍີ່ປຸ່ນ ແບ່ງປັນກ່ຽວກັບວິທີການປະພຶດຄວາມໝັນຄົງທາງທະເລ - ảnh 1
(ອາ​ຊຽນ ​ແລະ ຍີ່ປຸ່ນ ​ແບ່ງປັນ​ກ່ຽວ​ກັບ​
ວິທີການ​ປະພຶດ​ຄວາມໝັນ​ຄົງທາງທະ​ເລ)

(vovworld) – ວັນ​ທີ 07/10, ກອງ​ປະຊຸມ​ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ - ຍີ່ປຸ່ນ ຄັ້ງ​ທີ 6 ຖືກຈັດ​ຂຶ້ນ​ຢູ່​ນະຄອນ Yokohama, ປະ​ເທດ​ຍີ່ປຸ່ນ. ກອງ​ປະຊຸມ​ໄດ້​ສຸມ​ໃສ່​ປຶກສາ​ຫາລື 2 ຫົວ​ຂໍ້​ຕົ້ນ​ຕໍ່​ແມ່ນ “ສະພາບ​ຕົວ​ຈິງ​ກ່ຽວ​ຂ້ອງ​ເຖິງ​ຄວາມ​ໝັ້ນຄົງທາງ​ທະ​ເລຢູ່​ພາກ​ພື້ນ​ອາຊີ - ປາຊີ​ຝິກ” ​ແລະ “ບັນດາ​ວິທີ​ເພື່ອ​ຮັກສາ, ປັບປຸງ​ສະພາບ​ຄວາມ​ສະຫງົບ​ທາງ​ທະ​ເລ​ໃນ​ພາກ​ພື້ນ”. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​, ທ່າ​ນຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຍີ່ປຸ່ນ Akira Sato ຖື​ວ່າ, ​ເຖິງ​ວ່າ​ພວມ​ມີ​ບັນດາ​ການ​ກະທຳ​ກໍ່​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກກໍ່ຕາມ, ​ແຕ່​ພາກ​ພື້ນ​ຍັງ​​ເຫັນ​ປະຈັກ​ຕາ​ການ​ພັດທະນາ​ຂອງ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະອຽດ​ຢູ່​ທະ​ເລ. ທ່ານ Sato ​ເນັ້ນ​ໜັກ​ວ່າ, ຍີ່ປຸ່ນ ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຄວາ​ມສະຫງົບ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ. ກອງ​ປະຊຸມ​ກໍ່​ແລກປ່ຽນ​ຄຳ​ເຫັນ​ກ່ຽວກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ຍີ່ປຸ່ນ ​ແລະ ອາ​ຊຽນ ​ໃນ​ຂົງ​ເຂດ​ປະກອບ​ພາຫະນະ​ຮັບ​ໃຊ້​ວຽກ​ງານ​ໜູນ​ຊ່ວຍ​ມະນຸດສະທຳ ​ແລະ ກູ້​ໄພ​ກູ້​ຊິບ​​ເມື່ອ​ເກີດໄພທຳ​ມະ​ຊາດ ກໍ່​ຄື​ແລກປ່ຽນ​ກ່ຽວ​ກັບ​ການ​ຍົກ​ສູງ​ຄວາມ​ສາມາດທາງ​ທະ​ເລ​ໃຫ້​ກອງທັບ​ບັນດາ​ປະ​ເທດ.

        ຕອບສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ, ພົນ​ໂທ ຫງວຽນ​ຈິ໋ວິ້ງ,  ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ, ຫົວໜ້າ​ຄະນະ​ເຈລະຈາ​ຫວຽດນາມ ​ເຂົ້າ​ຮ່ວມ​ກອງປະຊຸມ ​ໃຫ້​ຮູ້​ວ່າ, ທັງ​ອາ​ຊຽນ ​ແລະ ຍີ່ປຸ່ນ ລ້ວມ​ແຕ່​ມີ​ຄວາມ​ວິຕົກ​ກັງວົນ​ລວມກ່ຽວ​ກັບ​ບັນດາ​ການ​ຜັນ​ແປ່​ຫວ່າງ​ແລ້ວ​ນີ້​ຢູ່​ທະ​ເລ, ​ໃນ​ນັ້ນ​ມີ​ທະ​ເລ​ຮວາ​ຕຸ​ງ ​ແລະ ທະ​ເລ​ຕາ​ເວັນ​ອອກ. ທ່ານ​ຮອງລັດຖະມົນຕີ ຫງວຽນ​ຈິ໋ວິ້ງ ​ໃຫ້​ຮູ້​ວ່າ.

    “ບັນດາ​ປະ​ເທດ​ລ້ວນ​ແຕ່​​ເວົ້າ​ວ່າ, ພວກ​ເຮົາ​ຕ້ອງ​ມີ​ຄວາມ​ຮັບ​ຮູ້​ລວມກ່ຽວ​ກັບ​ກົດໝາຍ, ບໍ່​ພຽງ​ແມ່​ມີ​ມາດຖານ​ຊ້ອນ, ບໍ່​ມີ​ຄວາມ​ຮັບ​ຮູ້​ທີ່​ແຕກ​ຕ່າງ​ກັນ​ດ້ານ​ກົດໝາຍ​ສາກົນ. ຫາກ​ກົດໝາຍ​ສາກົນ​ພຽງ​ໜຶ່ງ​ດ່ຽວ​ເທົ່າ​ນັ້ນ. ນັ້ນ​ແມ່ນ​ການ​ເຄື່ອນ​ໄຫວ​ດ້ວຍ​ມາດ​ຕະການ​ສັນຕິພາບ, ບໍ່​ນຳ​ໃຊ້​ອາວຸດ ​ຫຼື ນາບ​ຂູ່​ນຳ​ໃຊ້​ອາ​ວຸດ. ​ເມື່ອ​ເກີດ​ການ​ຂັດ​ແຍ້​ງກັນ, ບັນດາ​ຝ່າຍ​ຕ້ອງ​ຈັດການ​ເຈລະຈາ 2 ຝ່າຍ ຫຼື ຫຼາຍ​ຝ່າຍ​ເພື່ອ​ແກ້​ໄຂ​ບັນຫາ”.

ຂ່າວ/ບົດ​ອື່ນ