ອາຊຽນຊຸກຍູ້ການຮ່ວມມື, ຮັບປະກັນຄວາມໝັ້ນ ຄົງ,ຄວາມປອດໄພໃນ ການເດີນທະເລ


ອາຊຽນຊຸກຍູ້ການຮ່ວມມື, ຮັບປະກັນຄວາມໝັ້ນ ຄົງ,ຄວາມປອດໄພໃນ ການເດີນທະເລ - ảnh 1 
(ພາບປະກອບ)

(vovworld) -​ເວທີ​ປາ​ໄສ​ທະ​ເລ​ອາ​ຊຽນຄັ້ງທີ 5 (AMF-5) ​ແລະ ເວທີ​ປາ​ໄສ​ທະ​ເລ​ອາ​ຊຽນ​ເປີດ​ກ້ວາງ​ຄັ້ງທີ 3 (EAMF-3) ຈະ​ຖືກ​​ໄຂຂຶ້ນ​ແຕ່​ວັນ​ທີ 26-28/8/2014 ຢູ່​ນະຄອນ​ດ່າ​ນັງ. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ຟ້າ​ມກວາງ​ວິ​ງ, ລັດ​ຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ, ຫົວໜ້າ SOM ອາຊຽນ ຫວຽດນາມ ນຳ​ໜ້າຈະ​ເຂົ້າຮ່ວມ​ບັນດາ​ເວທີ​ປາ​ໄສ​ຄັ້ງນີ້. ເວທີ​ປາ​ໄສ​ທະ​ເລ​ອາຊຽນ​ ​ແລະ ເວທີ​ປາ​ໄສ​ທະ​ເລ​ອາ​ຊຽນ​ເປີດ​ກ້ວາງ​ລວມມີ 10 ປະ​ເທດ​ອາ​ຊຽນ ​ແລະ 8 ປະ​ເທດ​ຄູ່​ຮ່ວມ​ມື​​ໃນຂັ້ນສູງ​ອາຊີ​ຕາ​ເວັນ​ອອກ​ຄື: ຈີນ, ຍີ່ປຸ່ນ, ສ.​ເກົາຫຼີ, ອິນ​ເດຍ, ອົດ​ສະ​ຕາ​ລີ, ນິວຊີ​ແລນ, ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ. ​ເວທີ​ປາ​ໄສ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ບົດບາດ​ຕົ້ນຕໍ​ຂອງ​ອາ​ຊຽນ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ທະ​ເລ ​ແລະ ສ້າງຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ພາກ​ພື້ນ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ການ​ຮັບປະກັນ​ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ. ​ເລື່ອງ​ຫວຽດນາມ ​ເປັນ​ເຈົ້າພາບ​ຈັດ ເວທີ​ປາ​ໄສ​ທະ​ເລ​ອາຊຽນ​ ​ແລະ ເວທີ​ປາ​ໄສ​ທະ​ເລ​ອາ​ຊຽນ​ເປີດ​ກ້ວາງຄັ້ງນີ້, ສະ​ແດງ​ໃຫ້​ເຫັນ​ບົດບາດ, ຄວາມ​ຮັບຜິດຊອບ ​ແລະ ການ​ປະກອບສ່ວນ​ຂອງ​ຫວຽດ​ນາມ ຕໍ່​ຂົງ​ເຂດ​ສຳຄັນ ​ແລະ ບຸລິ​ມະ​ສິດ​ຂອງ​ອາ​ຊຽນ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ທະ​ເລ ​ແລະ ຮັບປະກັນ ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ.

   ທີ່​ບັນດາ​ເວລາ​ປາ​ໄສ AMF-5, EAMF-5, ປະ​ເທດ​ຕ່າງໆ​ຈະ​ສຸມ​ໃສ່​ແລ​ກປ່ຽນ​ກ່ຽວ​ກັບ​ສະພາບ​ການ​ບົນ​ທະ​ເລ, ການ​ຮ່ວມ​ມື​ດ້ານ​ທະ​ເລ​ໃນ​ໄລຍະ​ຜ່ານ​ມາ; ສຳ​ຫຼວດຕີ​ລາຄາ​ບັນດາ​ຂໍ້​ລິ​ເລີ່​ມ​ໄດ້ ​ແລະ ພວມ​ປະຕິບັດ​ໃນ​ການ AMF, EAMF ກໍ່​ຄື​ກຳນົດ​ທິດ​ອະນາຄົດ​ໃຫ້​ແກ່ AMF, EAMF./.

ຂ່າວ/ບົດ​ອື່ນ