ອາຊຽນບຸລິມະສິດລົບລ້າງຄວາມທຸກຍາກ ແລະ ຮັດແຄບໄລຍະຫ່າງຂອງການພັດທະນາ

(VOVWORLD) -ກອງປະຊຸມສາມັນຄັ້ງທີ 56 ຂອງຄະນະກຳມະການພັດທະນາສັງຄົມ (CSocD) ສັງກັດສະພາເສດຖະກິດ - ສັງຄົມສະຫະປະຊາຊາດ (ECOSOC) ໄດ້ໄຂຂຶ້ນໃນວັນທີ 29 ມັງກອນ, ຢູ່ສຳນັກງານສະຫະປະຊາຊາດ, ທີ່ນິວຢອກ, ປະເທດອາເມລິກາ.

ອາຊຽນບຸລິມະສິດລົບລ້າງຄວາມທຸກຍາກ ແລະ ຮັດແຄບໄລຍະຫ່າງຂອງການພັດທະນາ - ảnh 1 ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ

(ພາບປະກອບ: TTXVN)

ດ້ວຍຫົວຂໍ້ວ່າ “ລົບລ້າງຄວາມທຸກຍາກ ເພື່ອເປົ້າໝາຍພັດທະນາແບບຍືນຍົງສຳລັບທຸກໆຄົນ”, ກອງປະຊຸມຊຸດນີ້ໄດ້ສຸມໃສ່ປຶກສາຫາລື, ແບ່ງປັນບົດຮຽນຂອງບັນດາປະເທດໃນຂົງເຂດລົບລ້າງຄວາມທຸກຍາກ, ຕີລາຄາກ່ຽວກັບວຽກງານຜັນຂະຫຍາຍບັນດາແຜນການ ແລະ ໂຄງການເຄື່ອນໄຫວຂອງສະຫະປະຊາຊາດ ກ່ຽວກັບຄົນພິການ, ຜູ້ເຖົ້າຜູ້ແກ່, ໄວໜຸ່ມ ແລະ ຄອບຄົວ.

        ກ່າວຄຳເຫັນຕາງໜ້າໃຫ້ບັນດາປະເທດອາຊຽນ, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ເນັ້ນໜັກວ່າ, ອາຊຽນ ໃຫ້ຄຳໝັ້ນສັນຍາຢ່າງເຂັ້ມແຂງສຳລັບການປະຕິບັດໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງ ແລະ ຢືນຢັນການລົບລ້າງຄວາມທຸກຍາກ ແລະ ຮັດແຄບຊ່ອງວ່າງຂອງການພັດທະນາ ຍາມໃດກໍ່ແມ່ນບຸລິມະສິດແຖວໜ້າຂອງອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ