ອາເມລິກາ ຄາດວ່າຈະຜັນຂະຫຍາຍລູກສອນໄຟໄລຍະກາງຢູ່ Darwin, ອົດສະຕາລີ

(VOVWORLD) - ອາເມລິກາ ຄາດວ່າຈະຜັນຂະຫຍາຍບັນດາລູກສອນໄຟໄລຍະກາງຢູ່ພາກເໜືອ ອົດສະຕາລີ ໃນສະພາບການທີ່ທັງ ອາເມລິກາ ແລະ ອົດສະຕາລີ ລ້ວນແຕ່ກ່າວປະນາມຄັດຄ້ານ ຈີນ ຂົ່ມເຫັງບັນດາປະເທດນ້ອຍກ່ວາ, ແຊກແຊງເຂົ້າພື້ນຖານອະທິປະໄຕ, ຫັນເປັນການທະຫານຢູ່ທະເລຕາເວັນອອກ ແລະ ປະຕິບັດບັນດາການເຄື່ອນໄຫວດ້ານການຄ້າໂດຍບໍ່ຍຸຕິທຳ.
ອາເມລິກາ ຄາດວ່າຈະຜັນຂະຫຍາຍລູກສອນໄຟໄລຍະກາງຢູ່ Darwin, ອົດສະຕາລີ - ảnh 1ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Mark Esper ຢູ່ສະໜາມບິນ Sydney  ພາບ: AFP

        ກ່າວຄຳເຫັນທີ່ກອງປະຊຸມຂ່າວພາຍຫລັງກອງປະຊຸມປຶກສາຫາລືລັດຖະມົນຕີການຕ່າງປະເທດ ແລະ ປ້ອງກັນປະເທດປະຈຳປີ ອາເມລິກາ - ອົດສະຕາລີ ເຊິ່ງຈັດຕັ້ງໃນວັນທີ 04 ສິງຫາ ຢູ່ນະຄອນ Sydney, ບັນດາລັດຖະມົນຕີຂອງ ອາເມລິກາ ແລະ ອົດສະຕາລີ ລ້ວນແຕ່ບໍ່ເວັ້ນເສຍກໍລະນີທີ່ ອາເມລິກາ ຈະຜັນຂະຫຍາຍບັນດາລູກສອນໄຟຢູ່ນະຄອນ Darwin, ພາກເໜືອຂອງ ອົດສະຕາລີ.

ຕອບກັບ

ຂ່າວ/ບົດ​ອື່ນ